ດັດຊະນີການພັດທະນາມະນຸດ (HDI) ແມ່ນໜຶ່ງໃນບັນດາມາດຕະຖານສັງລວມ, ເປັນຕົວວັດແທກຄຸນນະພາບການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ເຂດແຄ້ວນ ຫຼືທ້ອງຖິ່ນໃດໜຶ່ງ.

ເພີ່ມຂຶ້ນເກືອບ 50% ໃນ 30 ປີຜ່ານມາ

ການພັດທະນາມະນຸດແມ່ນຈຸດສຸມຂອງຍຸດທະສາດພັດທະນາຂອງຫວຽດນາມ ໃນຫຼາຍທົດສະວັດ ແລະສິ່ງດັ່ງກ່າວໄດ້ນຳມາເຊິ່ງໝາກຜົນທີ່ດີ. ຕາມບົດລາຍງານຂອງ UNDP, ດັດຊະນີການພັດທະນາມະນຸດຂອງຫວຽດນາມ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ; ເພີ່ມຂຶ້ນເກືອບ 50% ຈາກລະດັບ 0.493 (ໃນປີ 1990) ຂຶ້ນມາຢູ່ລະດັບ 0.726 (ໃນປີ 2022). ການຈັດອັນດັບຂອງຫວຽດນາມຄັ້ງນີ້ (ອີງໃສ່ຂໍ້ມູນປີ 2022) ແມ່ນ 107/193 ປະເທດ ແລະ ເຂດແຄ້ວນ.

ຕາມ UNDP ແລ້ວ, ການຈັດອັນດັບຂອງຫວຽດນາມ ໄດ້ເພີ່ມຂຶ້ນຍ້ອນພື້ນຖານເສດຖະກິດ ຍັງເຕີບໂຕໃນໄລຍະເກີດໂລກລະບາດ. ຫວຽດນາມ ຮັບຮູ້ລະດັບການເຕີບໂຕສູງໃນປີ 2022 ແລະສິ່ງດັ່ງກ່າວນີ້ໄດ້ຍົກລະດັບໃນການພັດທະນາມະນຸດ. ດັດຊະນີອື່ນໆ ທີ່ກ່ຽວຂ້ອງເຖິງລະດັບການສຶກສາ ແລະອາຍຸຍືນສືບຕໍ່ໄດ້ຮັບການປັບປຸງ, ພິເສດໃນອັດຕາການເຂົ້າໂຮງຮຽນຂັ້ນມັດທະຍົມ ແລະດັດຊະນີດ້ານສາທາລະນະສຸກ.

leftcenterrightdel
ພາບປະກອບ: ສໍໍານັກຂ່າວສານຫວຽດນາມ

ຕີລາຄາຄວາມຄືບໜ້າຂອງຫວຽດນາມ, ທ່ານນາງ Pauline Tamesis, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳຫວຽດນາມ ໃຫ້ຮູ້ວ່າ: “ຄວາມຄືບໜ້າຂອງຫວຽດນາມ ໃນການເຕີບໂຕດ້ານເສດຖະກິດ, ການຫຼຸດຜ່ອນຄວາມທຸກຍາກ, ປັບປຸງດັດຊະນີສັງຄົມແມ່ນເປັນໜ້າຊົມເຊີຍຢ່າງແທ້ຈິງ. ຫວຽດນາມ ບັນລຸຄວາມຄືບໜ້າສຳຄັນໃນການພັດທະນາມະນຸດ. ນັບແຕ່ປີ 2019 ຫວຽດນາມ ໄດ້ຮັບການຮັບຮອງວ່າແມ່ນປະເທດທີ່ມີດັດຊະນີພັດທະນາມະນຸດ (HDI) ສູງ. ມາດຖານກ່ຽວກັບຄວາມທຸກຍາກຫຼາຍດ້ານໄດ້ຫຼຸດລົງຫຼາຍ, ຈາກ 9% ໃນປີ 2016 ລົງມາຢູ່ 3,6% ໃນປີ 2022. ນີ້ແມ່ນການປັບປຸງທີ່ປະທັບໃຈທີ່ສຸດ, ຍ້ອນວ່າສິ່ງດັ່ງກ່າວມີໝາຍຄວາມດຽວກັບເລື່ອງປະຊາຊົນມີຊີວິດຍືນຍາວກວ່າ, ມີສຸຂະພາບເຂັ້ມແຂງ, ອາຍຸຍືນສະເລ່ຍຂອງປະຊາຊົນ ເພີ່ມຂຶ້ນເປັນ 73,6 ປີ. ການປະກັນສຸຂະພາບກວມເອົາ 92% ຈໍານວນພົນລະເມືອງ. ໃນປີ 2022, ອັດຕາຄົນວ່າງງານ ຂອງຫວຽດນາມຫຼຸດລົງລະດັບ 2,32%, ຊ່ວຍໃຫ້ຫວຽດນາມ ບັນລຸເປົ້າໝາຍພັດທະນາແບບຍືນຍົງ (SDG) ທີ່ໄດ້ວາງອອກ".

ການພັດທະນາມະນຸດຍັງສືບຕໍ່ເປັນຈຸດສຸມໃນຍຸດທະສາດພັດທະນາຂອງປະເທດ

ໃນທັດສະນະນໍາພາ, ພັກກອມມູນິດຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງບົດບາດຂອງປັດໄຈມະນຸດໃນການພັດທະນາ. ໃນກິດຈະການປ່ຽນແປງໃໝ່, ພັກ ແລະລັດຫວຽດນາມ ໄດ້ກຳນົດໂດຍຖືເອົາປະຊາຊົນເປັນໃຈກາງຂອງບັນດານະໂຍບາຍພັດທະນາ; ການເບິ່ງແຍງດູແລມະນຸດແມ່ນເປົ້າໝາຍສູ້ຊົນສູງສຸດຂອງລະບອບ. ແຜນນະໂຍບາຍ ແລະນະໂຍບາຍພັດທະນາທັງໝົດ ລ້ວນແຕ່ເລີ່ມຈາກມະນຸດ, ຖືເອົາມະນຸດເປັນໃຈກາງ.

leftcenterrightdel
ທ່ານນາງ Pauline Tamesis, ຜູ້ປະສານງານຂອງສະຫະປະຊາຊາດ ປະຈຳຫວຽດນາມ. ພາບ: un.org

ທ່ານນາງ Pauline Tamesis, ຜູ້ປະສານງານຂອງສະຫະປະຊາຊາດ ປະຈຳຫວຽດນາມ ຖືວ່າ: “ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາລົງທຶນໃສ່ຂົງເຂດຄື: ຮູບແບບການເຕີບໂຕປ່ຽນແປງໃໝ່ປະຄິດສ້າງ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ (ດ້ວຍການຮັບປະກັນການເຂົ້າເຖິງວຽກເຮັດງານທຳ, ການຮັບປະກັນຊີວິດສັງຄົມ, ສາທາລະນະສຸກ, ການສຶກສາ, ວັດທະນະທຳ); ການຫັນປ່ຽນພະລັງງານຢ່າງສະເໝີພາບ; ປົກປັກຮັກສາຊີວະນາໆພັນ ແລະ ຊັບພະຍາກອນ; ການຫັນເປັນດີຈີຕອນ ແລະລະບົບສະບຽງອາຫານ. UNDP ຈະສືບຕໍ່ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ຫວຽດນາມ, ໃນນັ້ນມີແຜນການດໍາເນີນງານແຫ່ງຊາດເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.”

ການພັດທະນາມະນຸດ ແມ່ນຈຸດສຸມໃນນະໂຍບາຍພັດທະນາຂອງຫວຽດນາມ. ບັນດາຜົນງານກ່ຽວກັບການພັດທະນາມະນຸດ ທີ່ສາກົນໄດ້ຮັບຮູ້ແມ່ນພະຍານຫຼັກຖານຈະແຈ້ງທີ່ສຸດ ກ່ຽວກັບປະສິດທິຜົນຂອງນະໂຍບາຍເພື່ອມະນຸດຂອງພັກ ແລະ ລັດຫວຽດນາມ.

ໂດຍ: ທູຈາງ