ໃນເວລາ 15 ປີມໍ່ໆມານີ້, ການແລກປ່ຽນການຄ້າລະຫວ່າງກຸ່ມຕະຫຼາດລວມ ອາເມລິກາໃຕ້ (Mercosur) ແລະສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ພັດທະນາຢ່າງກ້າວກະໂດດຂັ້ນ, ບາງປະເທດສະມາຊິກຂອງອາຊຽນ ໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງ Mercosur ແລະຫວຽດນາມ ແມ່ນຕົວຢ່າງທີ່ພົ້ນເດັ່ນ.

ນີ້ແມ່ນຄຳຢັ້ງຢືນຂອງທ່ານ  Ezequiel Ramoneda, ຜູ້ປະສານງານສູນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ (CESEA), ສະຖາບັນການພົວພັນສາກົນ, ມະຫາວິທະຍາໄລແຫ່ງຊາດ La Plata ອັກຊັງຕີນ (UNLP).

ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ Buenos Aires, ທ່ານ Ramoneda ເນັ້ນໜັກວ່າ ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມການຄ້າສຳຄັນບໍ່ພຽງແຕ່ສຳລັບ ອັກຊັງຕີນ ເທົ່ານັ້ນຫາກຍັງສຳລັບທົ່ວກຸ່ມ Mercosur ອີກດ້ວຍ.

leftcenterrightdel
ບັນດາຕູ້ຄອນແທນເນີສິນຄ້າຢູ່ທ່າກຳປັ່ນ ກ໊າຍແມບ. ພາບ: ສຳນັກຂ່າວສານຫວຽດນາມ.

ໄດ້ຮັບໝາກຜົນນີ້ທີ່ມີໄດ້ຍ້ອນມີຄວາມຂະຫຍັນຂັນເຄື່ອນຂອງຫວຽດນາມ ໃນການເຊື່ອມໂຍງສາກົນ, ກໍ່ຄືບັນດາຄວາມມານະພະຍາຍາມເປີດກວ້າງ ຕະຫຼາດສົ່ງອອກຂອງ Mercosur ແລະອັກຊັງຕີນ.

ເຕື້ອງເຖິງແງ່ຫວັງການຮ່ວມມືໃນອະນາຄົດ, ທ່ານ Ramoneda, ພະນັກງານຫ້ອງການການຄ້າ Mercosur-ASEAN (MACC), ຖືວ່າ ດ້ວຍທີ່ຕັ້ງພູມສາດສຳຄັນຢູ່ພາກພື້ນ ອາຊີຕາເວັນອອກ ແລະອາຊີ-ປາຊີຟິກ, ຫວຽດນາມ ຈະແມ່ນປະຕູສຳຄັນຂອງ ອັກຊັງຕີນ ແລະບັນດາປະເທດສະມາຊິກ Mercosur - ລວມມີ ບຣາຊີນ, ອັງຊັງຕີນ, ອູຣູກວາຍ ເພື່ອເຂົ້າສູ່ຕະຫຼາດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.

ການແລກປ່ຽນການຄ້າລະຫວ່າງຫວຽດນາມ ກັບ Mercosur ເວົ້າລວມ ແລະກັບ ອັກຊັງຕີນ ເວົ້າສະເພາະໄດ້ເພີ່ມຂຶ້ນພໍສົມຄວນໃນໄລຍະຜ່ານມາ, ແຕ່ວ່າຍັງມີຄວາມສາມາດບົ່ມຊ້ອນໃນການຮ່ວມມືຫຼາຍ ແລະຕ້ອງຫັນບັນດາຜະລິດຕະພັນນຳເຂົ້າສົ່ງອອກໃຫ້ເປັນຫຼາຍຮູບແບບ.

Mercosur ກໍ່ຕ້ອງມີຂໍ້ມູນຕື່ມອີກກ່ຽວກັບບັນດາຜະລິດຕະພັນທີ່ມີທ່າແຮງຂອງ ຫວຽດນາມ ແລະກົງກັນຂ້າມ, ພິເສດແມ່ນນອກຈາກທ່າແຮງກ່ຽວກັບກະສິກຳແລ້ວແມ່ນຄວາມສາມາດບົ່ມຊ້ອນດ້ານອຸດສາຫະກຳ.

ໃນການພົວພັນດ້ານການເມືອງ, ທ່ານ Ramoneda ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາການຮ່ວມມືທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ກັບບັນດາປະເທດ Mercosur.

ປີ 2023, ຫວຽດນາມ ໄດ້ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບ ອັກຊັງຕີນ ແລະ30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບ ອູຣູກວາຍ ເຊິ່ງຂີດໝາຍດ້ວຍການຢ້ຽມຢາມຂັ້ນສູງເຖິງ  2 ປະເທດ ອາເມລິກາໃຕ້ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້.

ປີນີ້, ຫວຽດນາມ ແລະບຣາຊີນ ພວມກ້າວໄປເຖິງການສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 17 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ.

ທ່ານ Ramoneda, ທັງເປັນຮອງປະທານສະຖາບັນວັດທະນະທໍາ ອັງຊັງຕີນ-ຫວຽດນາມ, ຢັ້ງຢືນວ່າ: “ພວກຂ້າພະເຈົ້າ ພວມຢູ່ໃນໄລຍະເຈລະຈາການເມືອງດີທີ່ສຸດ, ພ້ອມກັບການພົວພັນດ້ານການຄ້າທີ່ມີປະສິດທິຜົນ, ເພາະສະນັ້ນ, ຄວນເພີ່ມທະວີການສຳພັນລະຫວ່າງຫວຽດນາມ ແລະ Mercosur ກໍ່ຄືເພີ່ມທະວີການພົວພັນລະຫວ່າງ Mercosur ແລະອາຊຽນ.

ກ່ຽວຂ້ອງເຖິງບັນດາຂໍ້ລິເລີ່ມໃນເວທີປາໄສຮ່ວມມືອາຊີຕາເວັນອອກ-ອາເມລິກາລາຕີນ (FEALAC), ທ່ານ Ramoneda ຕີລາຄາສູງຂໍ້ສະເໜີຂອງຫວຽດນາມ ໃນການສ້າງຕັ້ງລະບົບນະຄອນວັດທະນະທຳ ແລະຮຽກຮ້ອງຊຸກຍູ້ການເຄື່ອນໄຫວຂອງອົງການຈັດຕັ້ງນີ້ພາຍຫຼັງພະຍາດໂຄວິດ-19.

ກ່ຽວກັບການພົວພັນດ້ານວັດທະນະທຳລະຫວ່າງ ອັກຊັງຕີນ ແລະຫວຽດນາມ, ທ່ານ Ramonda ເນັ້ນໜັກວ່າ ສະຖາບັນວັດທະນະທໍາ ອັກຊັງຕີນ-ຫວຽດນາມ ໄດ້ຮັບການສ້າງຕັ້ງເປັນເວລາເກືອບ 30 ປີແລ້ວ ແລະໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການຊຸກຍູ້ການພັດທະນາການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ, ພ້ອມທັງສະແດງຄວາມປາດຖະໜາຢາກສ້າງຕັ້ງສະມາຄົມມິດຕະພາບອັກຊັງຕີນ-ຫວຽດນາມ ໃນອະນາຄົດ.

ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະອັກຊັງຕີນ ໃນປີ 2023 ບັນລຸ 3,45 ຕື້ໂດລາສະຫະລັດ. ປະຈຸບັນ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 6 ແລະແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 5 ຂອງ ອັກຊັງຕີນ, ໃນຂະນະນັ້ນ ອັກຊັງຕີນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຂອງຫວຽດນາມ ຢູ່ພາກພື້ນອາເມລິກາລາຕີນ.

ໂດຍ: ແສງເດືອນ