ທີ່ການເຮັດວຽກ, ທ່ານນາງ ເລທິທູຮັ່ງ ຢືນຢັນຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງຄົນງານຫວຽດນາມ ດ້ວຍພົນລະເມືອງກ່ວາ 100 ລ້ານຄົນ, ໃນນັ້ນມີຜູ້ອອກແຮງງານ 53% ແມ່ນໃນເກນອາຍຸເຮັດວຽກ. ຫວຽດນາມ ປາດຖະໜາຢາກຮ່ວມມືກັບ ໂຄຣເອເຊຍ  ໃນການບຳລຸງສ້າງວິຊາຊີບໃຫ້ຄົນງານຫວຽດນາມ ແນໃສ່ຕອບສະໜອງຕາມມາດຕະຖານຂອງສະຫະພາບເອີລົບ (EU).

leftcenterrightdel
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Ivan Vidis ຮອງລັດຖະມົນຕີກະຊວງແຮງງານ, ບຳນານ ແລະສັງຄົມໂຄຣເອເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ Ivan Vidis ໃຫ້ຮູ້ວ່າ ປະຈຸບັນ 80% ຂະແໜງການເສດຖະກິດຂອງ ໂຄຣເອເຊຍ ແມ່ນຂາດເຂີນຄົນງານ. ຝ່າຍໂຄຣເອເຊຍ   ປາດຖະໜາຢາກດຶງດູດຜູ້ມີສີມືແຮງງານມາເຮັດວຽກຖືກຕາມກົດໝາຍຢູ່ ໂຄຣເອເຊຍ, ໃນນັ້ນ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ.

ສອງຝ່າຍເຫັນດີເປັນເອກະສັນຍູ້ແຮງການຮ່ວມມືດ້ານແຮງງານ, ໃນນັ້ນມີການສືບຕໍ່ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຂອງສອງປະເທດຮ່ວມມືໂດຍກົງ, ດຳເນີນການເຈລະຈາສ້າງກອບກົດໝາຍຜ່ານການລົງນາມໃນສັນຍາສອງຝ່າຍ.

ໂດຍ: ທູຈາງ