ຢູ່ແຂວງ ກວາງນິງ, ບັນດາສະຖານທີ່ທ່ອງທ່ຽວແຫ່ງຈິດວິນຍານ, ຄື: ວິຫານ ເກືອອົງ - ກັບຕຽນ, ວິຫານພະອໍລະຫັນ ເຈິ່ນກວັກງຽນ ຫຼື ເຂດປູຊະນີຍະສະຖານວັດ ອຽນຕື, ຍາມໃດກໍ່ດຶງດູດປະຊາຊົນມາຖະຫວາຍບູຊາ, ຢ້ຽມຊົມໃນຍາມຕົ້ນປີໃໝ່. ທ່ານ ດົ່ງກວາງແຄງ ແລະທ່ານນາງ ເລທິຮົ່ງ ຢູ່ນະຄອນ ຮະລອງ ໃຫ້ຮູ້ວ່າ: ຍາມຕົ້ນປີໃໝ່, ພວກຂ້າພະເຈົ້າໄດ້ກະກຽມເຄື່ອງບູຊາ, ໝາກໄມ້ຖະຫວາຍຢູ່ວິຫານ, ວັດແຫ່ງຕ່າງໆ ຂໍໃຫ້ມີໂຊກມີລາບ ແລະ ກໍ່ແມ່ນການໄປນະວັດສະການຍາມຕົ້ນປີໃໝ່. ຍາມຕົ້ນປີໃໝ່, ຂໍໃຫ້ມີສຸຂະພາບເຂັ້ມແຂງ, ຢູ່ເຢັນເປັນສຸກ. ອວຍພອນໃຫ້ປະເທດມີຄວາມສະຫງົບສຸກ, ທຸກໆຄົນປະຕິບັດສຳເລັດໜ້າທີ່ຂອງຕົນ.

leftcenterrightdel
ວິຫານບູຊາ ຢູ່ແຂວງກວາງນິງ ດຶງດູດປະຊາຊົນມາຖະຫວາຍບູຊາ ເປັນຈໍານວນຫຼວງຫຼາຍ. ພາບ: baoquangninh.vn 

ແຕ່ວັນທີ 9-12 ກຸມພາ (ກົງກັບວັນທີ 30 ເດືອນ 12 ຮອດວັນທີ 3 ບຸນເຕັດປີມະໂລງ), ຢູ່ເຂດພູພຽງ ມົກເຈົາ, ແຂວງ ເຊີນລາ ໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 13.000 ເທື່ອຄົນ ມາພັກຜ່ອນຕາກອາກາດ, ຢ້ຽມຊົມ. ມາແຫ່ງນີ້, ແຂກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບອາກາດປອດໂປ່ງຂອງເຂດພູພຽງສີຂຽວ, ຮັບຊົມບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ແຫ່ງນີ້.

ໂດຍ: ກວຽດເຕິມ