leftcenterrightdel
ການວາງສະແດງ, ໂຄສະນາຜະລິດຕະພັນທີ່ມີຄວາມໝາຍອັນໃຫຍ່ຫຼວງຕໍ່ກັບບໍລິສັດຜະລິດຜະລິດຕະພັນ OCOP. ພາບ: danviet.

ລາຍການດຳເນີນໄປແຕ່ວັນທີ 29 ເມສາ ຫາວັນທີ 1 ພຶດສະພາ, ດ້ວຍຮ້ານວາງສະແດງ 20 ຮ້ານຂອງບັນດາວິສາຫະກິດຢູ່ບໍລິເວນ. ໃນລາຍການມີການເຄື່ອນໄຫວວາງສະແດງ, ໂຄສະນາ, ແນະນຳຜະລິດຕະພັນ; ການຄ້າລະຫວ່າງວິສາຫະກິດ ແລະຜູ້ບໍລິໂພກກ່ຽວກັບບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ ແລະຜະລິດຕະພັນ OCOP ຢູ່ແຂວງ ກວາງຈີ້.

ນອກຈາກນັ້ນ, ຍັງມີການເຄື່ອນໄຫວໂຄສະນາ ແລະແນະນຳການທ່ອງທ່ຽວ, ການຄ້າ ແລະການລົງທຶນ; ລົງນາມໃນສັນຍາເສດຖະກິດ, ບົດບັນທຶກຄວາມຊ່ວຍຈຳການຮ່ວມມືລະຫວ່າງວິສາຫະກິດ; ຈັດຕັ້ງການພົບປະ ແລະເຮັດວຽກກັບບັນດາວິສາຫະກິດເພື່ອຊອກຮູ້ກ່ຽວກັບຂົງເຂດການການຄ້າ ແລະການລົງທຶນໃນບໍລິເວນ.

ໂດຍ:​ ໄຊນີດາ