ເຂົ້າຮ່ວມພິທີເປີດຕົວ App MB Lao ມີສະຫາຍ ພົນໂທ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ; ສະຫາຍນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ; ສະຫາຍນາງພັນເອກພິເສດ ເຈິ່ນທິບາວເກວ, ສະມາຊິກຄະນະບໍລິຫານງານທະນາຄານ MB Bank ພ້ອມດ້ວຍບັນດາສະຫາຍການນໍາກະຊວງປ້ອງກັນປະເທດລາວ, ທະນາຄານແຫ່ງ ສປປ ລາວ, ສະຖານທູດຫວຽດນາມ ປະຈໍາ ລາວ ແລະບັນດາອົງການ, ສະມາຄົມວິສາຫະກິດຫວຽດນາມ ຢູ່ລາວ, ຄູ່ຮ່ວມມື, ລູກຄ້າຂອງ MB Lao ແລະອົງການສື່ມວນຊົນຢູ່ລາວ.

leftcenterrightdel
ພິທີເປີດຕົວ App MB Lao ຈັດຕັ້ງຢູ່ນະຄອນຫຼວງວຽງຈັນ, ປະເທດລາວ. ພາບ: qdnd.vn

ດ້ວຍຄວາມປາດຖະໜາຢາກນໍາມາເຊິ່ງການບໍລິການດີທີ່ສຸດໃຫ້ແກ່ລູກຄ້າ, MB Lao ໄດ້ລົງທຶນອອກແບບຜະລິດຕະພັນທະນາຄານດີຈີຕອນໃໝ່, ເຕັກໂນໂລຢີສູງເພື່ອຕອບສະໜອງຄວາມຕ້ອງການນັບມື້ນັບສູງຂອງລູກຄ້າ.

App MB Lao ອະນຸຍາດໃຫ້ລູກຄ້າເປີດບັນຊີຊຳລະອອນໄລ 100% ຢ່າງງ່າຍດາຍ ແລະວ່ອງໄວໂດຍບໍ່ຕ້ອງໄປສາຂາອີກ. ບໍ່ພຽງແຕ່ເທົ່ານັ້ນ, App MB Lao ຍັງສະໜອງບໍລິການສົ່ງເງິນ, ຝາກເງິນປະຢັດ ແລະຊຳລະທາງອອນໄລຢ່າງປອດໄພ, ຮັກສາຄວາມລັບ ແລະໄວວາ.

ສາມາດດາວໂຫຼດ App MB Lao ຢູ່ App Store ແລະ Google Play. ລູກຄ້າເປີດ App MB Lao ໄວຈະມີກາລະໂອກາດໄດ້ຮັບເງິນ 20,000 Lak ເຂົ້າບັນຊີຊໍາລະ.

ຖ້າຫາກທ່ານມີຄຳຖາມ ຫຼືຄວາມເຫັນປະກອບ, ກະລຸນາຕິດຕໍ່ MB Lao ທີ່: ຕຶກ MB, ເລກທີ 10 ໄກສອນ ພົມວິຫານ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ.

ກະລຸນາຕິດຕາມທີ່ເວັບໄຊ mbbank.com.la. ອີເມວ: ebanking.lao@mbbank.com.vn. ເບີໂທ: 021 752 777

ໂດຍ: ຈາງຫງວຽນ