ໜູນຊ່ວຍຕີລາຄາລະດັບການເຕີບໃຫຍ່ດີຈີຕອນໃຫ້ມະຫາວິທະຍາໄລ
ກປ.ອອນໄລ - ຕອນບ່າຍວັນທີ 1 ມີນາ, ຢູ່ນະຄອນໂຮ່ຈີມິນ, ມະຫາວິທະຍາໄລການເງິນ-Marketing (ກະຊວງການເງິນຫວຽດນາມ) ໄດ້ຈັດຕັ້ງພິທີຮັບຜະລິດຕະພັນຖ່າຍທອດກ່ຽວກັບການຕີລາຄາລະດັບການເຕີບໃຫຍ່ດີຈີຕອນ ໂດຍກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ເປັນຜູ້ກ່າວມອບ.
    |
 |
ຜູ້ຕາງໜ້າ Viettel ມອບຜະລິດຕະພັນຕີລາຄາລະດັບການເຕີບໃຫຍ່ດີຈີຕອນໃຫ້ຜູ້ອຳນວຍການໂຮງຮຽນມະຫາວິທະຍາໄລ ການເງິນ- Marketing. ພາບ: ຮຸ່ງຄວາ. |
ກ່ອນໜ້ານັ້ນ, ແຕ່ເດືອນກັນຍາ ປີ 2022, Viettel ໄດ້ປະຕິບັດການຕີລາຄາລະດັບການເຕີບໃຫຍ່ດີຈີຕອນທີ່ໂຮງຮຽນ, ເຕົ້າໂຮມຖັນແຖວນັກຊ່ຽວຊານແຖວໜ້າກ່ຽວກັບການຫັນປ່ຽນດີຈີຕອນດ້ວຍ 6 ເນື້ອໃນສໍາຫຼວດ: ລູກຄ້າ, ຍຸດທະສາດ, ເຕັກໂນໂລຢີ, ການເຄື່ອນໄຫວ, ວັດທະນະທໍາ, ຖານຂໍ້ມູນ. Viettel ໄດ້ສົມທົບກັບໂຮງຮຽນປະຕິບັດການສໍາຫຼວດທີ່ 20 ຫ້ອງ, ຄະນະທີ່ກ່ຽວຂ້ອງ, ພະແນກວິຊາສະເພາະ ແລະບັນດາຫົວໜ່ວຍຄົ້ນຄວ້າ, ຮັບໃຊ້ການກໍ່ສ້າງ.
ອີງໃສ່ບັນດາມາດຖານຕີລາຄາລະດັບຫັນປ່ຽນດີຈີຕອນໂດຍ Viettel ກໍ່ສ້າງ ແລະຄວາມເຫັນຕີລາຄາຂອງບັນດານັກຊ່ຽວຊານ, ນັກວິທະຍາສາດຂຶ້ນກັບ Viettel, ກິດຈະກໍາຄົ້ນຄວ້າທີ່ໄດ້ສໍາເລັດດ້ວຍພະລິດຕະພັນແມ່ນ “ບົດລາຍງານຕີລາຄາລະດັບການເຕີບໃຫຍ່ດີຈີຕອນທີ່ມະຫາວິທະຍາໄລການເງິນ-Marketing (UFM)”. ການຕີລາຄາລະດັບການເຕີບໃຫຍ່ດີຈີຕອນຈະຊ່ວຍ UFM ເວົ້າສະເພາະ, ບັນດາໂຮງຮຽນເວົ້າລວມວັດແທກ ແລະກໍານົດເປົ້າໝາຍຍຸດທະສາດການກະທໍາໃຫ້ເໝາະສົມ ໃນສະພາບການຫັນປ່ຽນດີຈີຕອນ.
ໂດຍ: ຈາງຫງວຽນ