ບັນດາທ້ອງຖິ່ນ, ກົມກອງ ຕອບສະໜອງບຸນເຕັດປູກຕົ້ນໄມ້
ກປ.ອອນໄລ - ສູນຝຶກແອບທະຫານເຮືອ ເຂດ 2 ໄດ້ຈັດການປຸກລະດົມປູກຕົ້ນໄມ້ ແລະບົວລະບັດຕົ້ນໄມ້ເຮັດໃຫ້ບໍລິເວນກົມກອງສວຍງາມສົດຊື່ນ.
ພະນັກງານ, ນັກຮົບ ສູນຝຶກແອບທະຫານເຮືອ ເຂດ 2 ໄດ້ປູກຕົ້ນໄມ້ຊະນິດຕ່າງໆຈໍານວນ 150 ຕົ້ນ; ທຳຄວາມສະອາດໃນບໍລິເວນຄ້າຍທະຫານ ແລະຢູ່ເຂດກຽມຕ້ອນຮັບນັກຮົບໃໝ່ ປີ 2023. ປັດຈຸບັນ, ບໍລິເວນສູນຝຶກແອບທະຫານເຮືອ ເຂດ 2 ມີລະບົບຕົ້ນໄມ້, ທັດສະນີຍະພາບຂຽວສົດຊື່ນ, ສະອາດ, ສວຍງາມ, ປະກອບສ່ວນຍົກສູງການດໍາລົງຊີວິດທາງດ້ານຈິດໃຈຂອງພະນັກງານ, ນັກຮົບ.
    |
 |
ພະນັກງານ, ນັກຮົບສູນຝຶກແອບທະຫານເຮືອ ເຂດ 2 ເຂົ້າຮ່ວມການປູກຕົ້ນໄມ້. ພາບ: baodongnai.com.vn |
* ວິທະຍາຄານທະຫານອາກາດ-ປ້ອງກັນອາກາດ ຫາກໍ່ດໍາເນີນການປູກຕົ້ນໄມ້ 1.100 ຕົ້ນ, ໃນນັ້ນມີຕົ້ນໄມ້ໃຫ້ໄມ້, ຕົ້ນໄມ້ໃຫ້ຮົ່ມ 1.045 ຕົ້ນ ແລະຕົ້ນໄມ້ກິນໝາກ 55 ຕົ້ນ ຢູ່ເຂດຝຶກຊ້ອມ, ອ້ອມແອ້ມຄ້າຍທະຫານ ແລະສວນຕົ້ນໄມ້ກິນໝາກ. ບຸນເຕັດປູກຕົ້ນໄມ້ແມ່ນການເຄື່ອນໄຫວປະຈໍາປີ ຂອງວິທະຍາຄານ, ຜ່ານນັ້ນປະກອບສ່ວນສຶກສາອົບຮົມ, ຍົກສູງຄວາມຮູ້ໃຫ້ແກ່ພະນັກງານ, ນັກຮົບກ່ຽວກັບບົດບາດ ແລະຜົນປະໂຫຍດຂອງການປູກຕົ້ນໄມ້, ສ້າງເຂດຮົ່ມເຢັນ, ຫຼຸດຜ່ອນໄພທໍາມະຊາດ; ສ້າງທັດສະນີຍະພາບສິ່ງແວດລ້ອມ; ສ້າງບໍລິເວນຂອງວິທະຍາຄານໃຫ້ນັບມື້ເປັນກຳລັງຫຼວງ, ຂຽວ-ສະອາດ-ສວຍງາມ.
* ຢູ່ນະຄອນໂຝອຽນ (ແຂວງທ໊າຍງວຽນ) ໄດ້ປູກຕົ້ນໄມ້ 10 ຕົ້ນ ຢູ່ເຂດກໍ່ສ້າງສໍານັກງານຂອງກຸ່ມບັນດາອົງການຂອງນະຄອນ ດ້ວຍຄວາມຕັດສິນໃຈກໍ່ສ້າງນະຄອນໂຝອຽນ ໃຫ້ກາຍເປັນຕົວເມືອງອັດສະລິຍະ ໂດຍອີງໃສ່ການສົມທົບຢ່າງກົມກຽວລະຫວ່າງການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ.
ໂດຍ: ທູຈາງ