ມາຮອດປັດຈຸບັນ, ອົດສະຕາລີ ໄດ້ໜູນຊ່ວຍໃຫ້ຫວຽດນາມ ວັກຊິນກັນພະຍາດໂຄວິດ-19 ກວ່າ 26 ລ້ານໂດສ. ນອກຈາກນັ້ນ, ໂຄງການຮ່ວມມືລະຫວ່າງອົດສະຕາລີ ແລະ UNICEF ກໍ່ໄດ້ຊ່ວຍເຫຼືອລົດຕູ້ເຢັນ 5 ຄັນ ໃຫ້ຫວຽດນາມ. ລົດຕູ້ເຢັນຈໍານວນດັ່ງກ່າວສວມບົດບາດສໍາຄັນໃນການຜັນຂະຫຍາຍວັກຊິນກັນພະຍາດໂຄວິດ-19 ແລະໂຄງການຊັກວັກຊິນເປັນປະຈໍາ, ເພື່ອແນໃສ່ຮັບປະກັນວັກຊິນໄດ້ຂົນສົ່ງໄປທົ່ວປະເທດຢ່າງມີປະສິດທິຜົນ ແລະປອດໄພ.

leftcenterrightdel
ລົດຕູ້ເຢັນໄດ້ສົ່ງມາຫວຽດນາມ ຜ່ານກົນໄກຮ່ວມມືລະຫວ່າງອົດສະຕາລີ,  UNICEF ແລະກະຊວງສາທາລະນະສຸກຫວຽດນາມ. ພາບ: ເລຈາງ

ທ່ານ Andrew Goledzinowski, ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ຊົມເຊີຍການໜູນຊ່ວຍວັກຊິນຫວ່າງມໍ່ໆມານີ້ ແລະເນັ້ນໜັກເຖິງການໜູນຊ່ວຍຢ່າງບໍ່ຢຸດຢັ້ງຂອງອົດສະຕາລີ ໃຫ້ຫວຽດນາມ ໃນການຮັບມືກັບພະຍາດໂຄວິດ-19.

ສ່ວນທ່ານນາງ Rana Flowers, ຜູ້ຕາງໜ້າອົງການ UNICEF ແບ່ງປັນວ່າ: “UNICEF ຈະສືບຕໍ່ໜູນຊ່ວຍ ແລະຮັບປະກັນສະໜອງວັກຊິນ, ວັດຖຸອຸປະກອນສັກວັກຊິນ ແລະວັດຖຸອຸປະກອນການແພດປະເພດຕ່າງໆຢ່າງຄົບຖ້ວນ ເພື່ອໜູນຊ່ວຍຫວຽດນາມ ຮັບມືກັບໂລກພະຍາດ”.

ໂດຍ: ທູຈາງ