ພາຍຫຼັງດຳລົງຊີວິດຢູ່ຕ່າງປະເທດເປັນເວລາຫຼາຍປີ, ໃນລະດູຮ້ອນປີ 2022, ຂະນະທີ່ ອົດສະຕາລີ  ແລະຫວຽດນາມ ໄດ້ຍົກເລີກບັນດາມາດຕະການປ້ອງກັນພະຍາດໂຄວິດ-19, ທ່ານ ບຸ່ຍດຶ໊ກຮ້ຽວ ຊາວຫວຽດນາມ ອາໄສຢູ່ ອົດສະຕາລີ ແລະປະຈຸບັນແມ່ນນັກວິຊາການກະຊວງບໍລິການສາທາລະນະ ແລະສະຫວັດດີການສັງຄົມ ອົດສະຕາລີ ໄດ້ມີໂອກາດກັບເມືອບ້ານ. ຄວາມປະທັບໃຈທຳອິດຂອງທ່ານ ຮ້ຽວ ເມື່ອກັບເມືອຮ່າໂນ້ຍ, ບ່ອນທີ່ທ່ານເຄີຍດຳລົງຊີວິດ ແລະເຮັດວຽກມາເປັນເວລາ 20 ປີ, ແມ່ນການຫັນເປັນຕົວເມືອງຢ່າງວ່ອງໄວ. ລະບົບພື້ນຖານໂຄງລ່າງຄົມມະນາຄົມຕົວເມືອງໄດ້ຮັບການລົງທຶນຢ່າງແຮງ. ທ່ານ ຮ້ຽວ ໃຫ້ຮູ້ວ່າ: “ການປະກົດຕົວຂອງບັນດາຕົວເມືອງ ແລະຕົວເມືອງດາວທຽມທີ່ທັນສະໄໝ, ອາຄານຫຼາຍຊັ້ນ, ສູນການຄ້າດ້ວຍເຄື່ອງໝາຍການຄ້າສາກົນ, ລະບົບຮ້ານຊັບພະສິນຄ້າຂາຍຍ່ອຍຢູ່ທົ່ວທຸກແຫ່ງ... ໄດ້ພິສູດໃຫ້ເຫັນການພັດທະນາຢ່າງວ່ອງໄວຂອງຫວຽດນາມ”.

leftcenterrightdel
ທ່ານ ບຸ່ຍດຶ໊ກຮ້ຽວ (ເບື້ອງຂວາ) ພ້ອມດ້ວຍເພື່ອນຮ່ວມອາຊີບ ຢູ່ອົດສະຕາລີ. ພາບ: ຮ່າເຟືອງ.

ພາຍຫຼັງ 2 ອາທິດທີ່ຢູ່ຢ້ຽມຢາມບ້ານເກີດເມືອງນອນ, ທ່ານ ຮ້ຽວ ໄດ້ຍາດເວລາໄປຢ້ຽມຢາມບັນດາເຂດ, ພາກ ແລະເຫັນໄດ້ວ່າ ຊ່ອງຫວ່າງລະຫວ່າງນະຄອນກັບຊົນນະບົດ, ເຂດທົ່ງພຽງ ແລະເຂດພູດອຍໄດ້ຮັດແຄບ,  ຄວາມແຕກຕ່າງກັນກ່ຽວກັບຊີວິດການເປັນຢູ່ດ້ານວັດຖຸ ແລະວັດທະນະທຳກໍ່ໜ້ອຍລົງ. ທ່ານ ຮ້ຽວ ຢັ້ງຢືນວ່າ: “ມີຫຼາຍຄົນ, ຫຼາຍອົງການຈັດຕັ້ງຢູ່ພາຍໃນ ແລະຕ່າງປະເທດໄດ້ເປີດກວ້າງເຄືອຂ່າຍການເຄື່ອນໄຫວດຳເນີນທຸລະກິດ ໄປຍັງເຂດຫ່າງໄກສອກຫຼີກ, ປະກອບສ່ວນຊຸກຍູ້ການພັດທະນາຢູ່ເຂດທຸກຍາກໃນເມື່ອກ່ອນ.

ຕາມທ່ານ ຮ້ຽວ ແລ້ວ, ຊາວຫວຽດນາມ ອາໄສຢູ່ ອົດສະຕາລີ ຖືວ່າ ຫວຽດນາມ ໄດ້ພັດທະນາກະໂດດຂັ້ນຄືປະຈຸບັນກ່ອນອື່ນໝົດແມ່ນຍ້ອນມີສະຖຽນລະພາບດ້ານການເມືອງ. ໃນສະພາບການປະທະກັນ, ການຈະລາຈົນເກີດຂຶ້ນຢູ່ຫຼາຍແຫ່ງໃນໂລກ, ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນປະເທດທີ່ມີພື້ນຖານການເມືອງໝັ້ນຄົງພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ແມ່ນພື້ນຖານຊ່ວຍໃຫ້ຄູ່ຮ່ວມມືຕ່າງປະເທດມີຄວາມອຸ່ນອ່ຽນໃຈເມື່ອລົງທຶນເຂົ້າຫວຽດນາມ.

ຄຽງຂ້າງນັ້ນ, ຊາວຫວຽດນາມ ດຸໝັ່ນ, ມັກຮຽນຮູ້, ສາມາດຮັບເອົາຜົນງານດ້ານວິທະຍາສາດເຕັກໂນໂລຢີຢ່າງວ່ອງໄວ. ພິເສດ, ຫວຽດນາມ ໄດ້ກາຍເປັນແບບຢ່າງໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ການທູດດ້ານວັກຊິນ ພ້ອມກັບບັນດານະໂຍບາຍຮັກສາເສດຖະກິດມະຫາພາກໃຫ້ໝັ້ນທ່ຽງໄດ້ຊ່ວຍຫວຽດນາມ ຜ່ານຜ່າພະຍາດໂຄວິດ-19 ຢ່າງວ່ອງໄວ, ກັບຄືນສູ່ສະພາບປົກກະຕິໃໝ່. ຫວຽດນາມ ໄດ້ຍາດແຍ່ງກາລະໂອກາດໃໝ່ຈາກການຈັດຕັ້ງລະບົບຕ່ອງໂສ້ການສະໜອງທົ່ວໂລກຄືນໃໝ່, ສາມາດດຶງດູດແຫຼ່ງທຶນ FDI ທີ່ມີຄຸນນະພາບສູງຫຼາຍ.

ແບ່ງປັນທັດສະນະດັ່ງກ່າວ, ທ່ານ ປອ ຫງວຽນຈ້ອງບິ່ງ ຊາວຫວຽດນາມ ອາໄສຢູ່ ອາເມລິກາ ຖືວ່າ ກິດຈະການປ່ຽນແປງໃໝ່ຂອງຫວຽດນາມ ບັນລຸໄດ້ຜົນສຳເລັດຫຼາຍຢ່າງດ້ວຍພື້ນຖານເສດຖະກິດເຕີບໂຕ ແລະລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. ຕາມທ່ານ ປອ ຫງວຽນຈ້ອງບິ່ງ ແລ້ວ, ເຖິງວ່າຍັງຄົງມີຄວາມຜິດໂຕນກັນຢູ່ໃນບັນດາເຂດ, ພາກ, ແຕ່ລະດັບ “ຄວາມທຸກຍາກ, ອຶດຫິວ, ໜາວ” ໄດ້ຫຼຸດລົງພໍສົມຄວນ, ບັນດາ “ຄາບເຂົ້າມີຊີ້ນ” ໄດ້ແຜ່ລາມໄປເຖິງບັນດາໝູ່ບ້ານ... ທ່ານ ປອ ຫງວຽນຈ້ອງບິ່ງ ຢັ້ງຢືນວ່າ: “ຫວຽດນາມ ບັນລຸໄດ້ຜົນງານດ້ານເສດຖະກິດດັ່ງກ່າວ ແມ່ນຍ້ອນນະໂຍບາຍການທູດຫຼາຍຝ່າຍ ແລະການເຊື່ອມໂຍງເສດຖະກິດສາກົນ, ຈາກນັ້ນໄດ້ຍາດແຍ່ງການຊ່ວຍເຫຼືອຈາກປະຊາຄົມສາກົນຜ່ານໂຄງການຊ່ວຍເຫຼືອລ້າ. ຄຽງຂ້າງນັ້ນ, ຫວຽດນາມ ໄດ້ເປີດກວ້າງຕະຫຼາດສົ່ງອອກສິນຄ້າໄປຍັງໂລກ, ພິເສດແມ່ນບັນດາປະເທດສະມາຊິກສະຫະພາບເອີລົບ (ອີຢູ), ອາເມລິກາ, ຍີ່ປຸ່ນ”.

ປະຈຸບັນຫຼາຍສັນຍານໄດ້ສະແດງໃຫ້ເຫັນວ່າການຊຸດໂຊມທົ່ວໂລກ ອາດຈະເກີດຂຶ້ນໃນປີ 2023, ສົ່ງຜົນກະທົບບໍ່ດີເຖິງທຸກປະເທດ. ບັນດາປະເທດທີ່ມີພື້ນຖານເສດຖະກິດນ້ອຍຈະຖືກຜົນສະທ້ອນຢ່າງແຮງ, ແຕ່ກໍ່ສາມາດກັບຄືນສູ່ສະພາບເປັນປົກກະຕິ ແລະພັດທະນາໄດ້ຖ້າມີຍຸດທະສາດເສດຖະກິດທີ່ເໝາະສົມ.

ຂໍຍົກຕົວຢ່າງ “ວິກິດການຈິ້ບເອເລັກໂຕນິກ” ປະກົດນັບແຕ່ເມື່ອເກີດພະຍາດໂຄວິດ-19, ທ່ານ ປອ ຫງວຽນຈ້ອງບິ່ງ ຖືວ່າ ຖ້າເປັນເຈົ້າການຜະລິດຈິ້ບເອເລັກໂຕນິກ ແຕ່ກ່ອນ, ຫວຽດນາມ ສາມາດກາຍເປັນໜຶ່ງໃນບັນດາປະເທດສະໜອງຈິ້ບແຖວໜ້າໃນໂລກ. ທ່ານ ບິ່ງ ປຽບທຽບວ່າ: “ຈິ້ບເອເລັກໂຕນິກ ພຽງນ້ອຍເທົ່າກັບເມັດເຂົ້າ, ແຕ່ລາຄາພັດເທົ່າກັບເຂົ້ານັບສິບໂຕນ”. ທ່ານ ຍັງໄດ້ຍົກຕົວຢ່າງ ຍີ່ປຸ່ນ, ສ.ເກົາຫຼີ ຫຼື ສິງກະໂປ ແມ່ນປະເທດອາຊີໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ຜະລິດບັນດາຜະລິດຕະພັນເຕັກໂນໂລຢີສູງ ແລະປະສົບຜົນສຳເລັດດ້ານເສດຖະກິດທີ່ໜ້າຊົມເຊີຍ. ສະນັ້ນ, ຕາມທ່ານ ປອ ຫງວຽນຈ້ອງບິ່ງ ແລ້ວ, ການເລືອກເຟັ້ນຄູ່ຮ່ວມມື, ເຕັກໂນໂລຢີ, ຜະລິດຕະພັນທີ່ເໝາະສົມ ຈະຊ່ວຍໃຫ້ຫວຽດນາມ ຍູ້ໄວການພັດທະນາເຕັກໂນໂລຢີ ແລະເສດຖະກິດ.

ໂດຍ: ເຈິ່ນຮວ່ຽນ