leftcenterrightdel
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງຈ່າ, ອຸປະທູດຊົ່ວຄາວ ຄະນະຜູ້ຕາງໜ້າຂອງ ຫວຽດນາມ ປະຈໍາ ສປຊ ກ່າວຄໍາເຫັນທີ່ເຫດການ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ວາລະປຶກສາຫາລື, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງຈ່າ, ອຸປະທູດຊົ່ວຄາວ ຄະນະຜູ້ຕາງໜ້າຂອງຫວຽດນາມ ປະຈໍາ ສປຊ ໄດ້ຍົກອອກຄໍາໝັ້ນສັນຍາຂອງຫວຽດນາມ ໃນການຊຸກຍູ້ຄວາມກ້າວໜ້າຂອງແມ່ຍິງ. ຄໍາໝັ້ນສັນຍາດັ່ງກ່າວ ໄດ້ສ້າງຂຶ້ນຈາກບົດບາດ ແລະການປະກອບສ່ວນອັນໃຫຍ່ຫຼວງຂອງແມ່ຍິງຫວຽດນາມ ໃນປະຫວັດສາດຍາດເອົາເອກະລາດ ແລະການພັດທະນາປະເທດຊາດ. ທ່ານນາງ ຫງວຽນເຟືອງຈ່າ ກໍ່ສະແດງຄວາມເອກອ້າງທະນົງໃຈເມື່ອໃນປະຈຸບັນ ຫວຽດນາມ ມີທະຫານເພດຍິງພວມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ຢູ່ຄະນະປະຕິບັດງານຂອງ ສປຊ. ທ່ານນາງ ກໍ່ຮຽກຮ້ອງໃຫ້ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນວິວັດການເຈລະຈາ ແລະສ້າງສັນຕິພາບ, ແບ່ງປັນ ບົດຮຽນໃນຂົງເຂດນີ້. ບັນດາປະເທດກໍ່ຄວນຮັບປະກັນ ແລະຊຸກຍູ້ການເຂົ້າຮ່ວມຢ່າງພຽງພໍ, ສະເໝີພາບ ແລະມີຄວາມໝາຍຂອງແມ່ຍິງ ໃນລະດັບແຕກຕ່າງກັນ ຜ່ານການສົມທົບສິດຂອງແມ່ຍິງໃນຂອບເຂດນະໂຍບາຍຂອງປະເທດ. ຫວຽດນາມ ໃຫ້ຄໍາໝັ້ນສັນຍາປະກອບສ່ວນເຂົ້າຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອຊຸກຍູ້ໂຄງການດໍາເນີນງານຂອງແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ.

ໂດຍ: ທູຈາງ