ເຄື່ອງໝາຍການຄ້າ Viettel ໄດ້ກຳນົດລາຄາສູງທົບສາມເທົ່າ ເມື່ອທຽບໃສ່ສອງເຄື່ອງໝາຍການຄ້າ ຢືນອັນດັບທີ 2 ແລະ 3 ຕາມລໍາດັບ (ປະມານ 2,8 ຕື້ໂດລາສະຫະລັດ) ໃນຕາຕະລາງຈັດອັນດັບທອັບ 50 ເຄື່ອງໝາຍການຄ້າທີ່ມີມູນຄ່າທີ່ສຸດຂອງຫວຽດນາມ. ດ້ວຍການກໍານົດລາຄາເກືອບ 8,8 ຕື້ໂດລາສະຫະລັດ, ມູນຄ່າເຄື່ອງໝາຍການຄ້າ Viettel ກວມເກືອບ 36% ຍອດມູນຄ່າ 10 ເຄື່ອງໝາຍການຄ້າທີ່ມີມູນຄ່າທີ່ສຸດຂອງຫວຽດນາມ (24,42 ຕື້ໂດລາສະຫະລັດ).

leftcenterrightdel
ຜູ້ຕາງໜ້າ Brand Finance ມອບໃບຢັ້ງຢືນໃຫ້ຜູ້ຕາງໜ້າ Viettel ທີ່ເຫດການປະກາດທອັບ 50 ເຄື່ອງໝາຍການຄ້າທີ່ມີມູນຄ່າທີ່ສຸດຂອງຫວຽດນາມ. ພາບ: qdnd.vn

ພ້ອມກັບການເຕີບໂຕກະໂດດຂັ້ນໃນການຜະລິດ, ດໍາເນີນທຸລະກິດໃນສະພາບການເສດຖະກິດທີ່ປະສົບກັບຄວາມຫຍຸ້ງຍາກ, ເຄື່ອງໝາຍການຄ້າ Viettel ໄດ້ຮັບການຕີລາຄາສູງກ່ຽວກັບການເອົາໃຈໃສ່ເປັນພິເສດເຖິງລັກສະນະຍືນຍົງຂອງສິ່ງແວດລ້ອມ. ການຄົ້ນຄວ້າຂອງ Brand Finance ຢູ່ 40 ປະເທດສະແດງໃຫ້ເຫັນວ່າ Viettel ເປັນເຄື່ອງໝາຍການຄ້າທີ່ມີລັກສະນະຍືນຍົງອັນດັບ 1 ໃນຈໍານວນວິສາຫະກິດໂທລະຄົມມະນາຄົມຢູ່ຫວຽດນາມ.

ໃນ 6 ເດືອນຕົ້ນປີ 2022, ລາຍຮັບລວມຂອງ Viettel ບັນລຸ 79,7 ພັນຕື້ດົ່ງ, ເພີ່ມຂຶ້ນ 6,6% ເມື່ອທຽບໃສ່ໄລຍະດຽວກັນ. ລາຍຮັບການບໍລິການຂອງ Viettel ບັນລຸເກືອບ 72 ພັນຕື້ດົ່ງ, ເພີ່ມຂຶ້ນ 11,6%. ກໍາໄລກ່ອນການເສຍພາສີອາກອນຂອງ Viettel ບັນລຸ 26,6 ພັນຕື້ດົ່ງ, ເພີ່ມຂຶ້ນ 21,7% ເມື່ອທຽບໃສ່ໄລຍະດຽວກັນ.

ໂດຍ: ເຈິ່ນຮວ່ຽນ