leftcenterrightdel
ພິທີມອບໃບຍ້ອງຍໍ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ ຟານຈິແທັ່ງ ຢືນຢັນວ່າ ໃນໄລຍະເກີດໂລກລະບາດໂຄວິດ-19 ຜ່ານມາ, ຫວຽດນາມ ໄດ້ຮັບການໜູນຊ່ວຍອັນລ້ຳຄ່າ ຈາກປະຊາຄົມສາກົນເວົ້າລວມ ແລະໄທ ເວົ້າສະເພາະ, ລັດຖະບານໄທ ໄດ້ສ້າງເງື່ອນໄຂສົ່ງອອກວັກຊິນ Astra Zenneca ທີ່ຜະລິດຢູ່ໄທ ມາຫວຽດນາມ ຕາມການສະເໜີຂອງລັດຖະບານ.

ຫວຽດນາມ ຕີລາຄາສູງ ແລະຮັບຮູ້ບັນດາການປະກອບສ່ວນຂອງສະມາຄົມມິດຕະພາບໄທ - ຫວຽດນາມ ແລະ 5 ກຸ່ມບໍລິສັດໃນການຊຸກຍູ້ການພົວພັນແລກປ່ຽນປະຊາຊົນຫວຽດນາມ ແລະໄທ, ກໍຄືຕັ້ງໜ້າຂົນຂວາຍ, ໜູນຊ່ວຍຮຽກຮ້ອງການບໍລິຈາກວັດຖຸອຸປະກອນການແພດ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ -19 ຢູ່ຫວຽດນາມ ໃນປີ 202.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ