ແພດໝໍໝວກເບເລສີຟ້າຫວຽດນາມ ກູ້ຊ່ວຍຊີວິດຜູ້ເປັນອັກເສບຕັບອ່ອນໄດ້ສຳເລັດ
ກປ.ອອນໄລ - ດ້ວຍຖັນແຖວແພດໝໍທີ່ມີບົດຮຽນ, ປະສົບການຫຼາຍຢ່າງ, ເຮັດວຽກຢ່າງສຸດຈິດສຸດໃຈ, ໃນເງື່ອນໄຂກາງສະໜາມຂາດແຄນວັດຖຸອຸປະກອນຮັບໃຊ້ການບົ່ງມະຕິ ແລະປິ່ນປົວພະຍາດ, ໂຮງໝໍກາງສະໜາມຂັ້ນ 2 ເລກ 4 ຫວຽດນາມ ຢູ່ຊູດັງໃຕ້ ໄດ້ກູ້ຊ່ວຍຊີວິດຜູ້ເປັນອັກເສບຕັບອ່ອນເກີດອາການຮຸນແຮງໄດ້ສຳເລັດ...
ໃນຕະຫຼອດວິວັດການປິ່ນປົວ ຢູ່ໂຮງໝໍເປັນເວລາ 10 ວັນ, ຄົນເຈັບໄດ້ຮັບຄວາມເອົາໃຈໃສ່, ຕິດຕາມອາການຈາກຄະນະອຳນວຍການ ແລະບັນດາແພດໝໍ. ການສະແດງອາການເຖິງວ່າໜ້ອຍທີ່ສຸດ ກໍ່ໄດ້ບັນທຶກຢ່າງລະອຽດ, ໄຈ້ແຍກຢ່າງລະອຽດເພື່ອຈັດຢາໃຫ້ຄົນເຈັບ ກໍ່ຄືຍົກອອກບັນດາວິທີການປິ່ນປົວດີທີ່ສຸດໃຫ້ແກ່ຄົນເຈັບ. ດ້ວຍຄວາມມານະພະຍາຍາມດັ່ງກ່າວ, ແຕ່ລະມື້ສະພາບອາການຂອງຄົນເຈັບ ຄ່ອຍໆດີຂຶ້ນ.
    |
 |
ຄົນເຈັບ ໄດ້ຮັບການເບິ່ງແຍງດູແລ, ກວດ ແລະປິ່ນປົວຢ່າງສຸດຈິດສຸດໃຈ ຈາກແພດໝໍຫວຽດນາມ. ພາບ: ໂຮງໝໍກາງສະໜາມຂັ້ນ 2 ເລກ 4. ພາບ: ມາຍງວຽນ. |
ສາມາດເວົ້າໄດ້ວ່າໃນເງື່ອນໄຂກາງສະໜາມ, ດ້ວຍລະບົບວັດຖຸອຸປະກອນຮັບໃຊ້ໃຫ້ວຽກງານບົ່ງມະຕິ ແລະປິ່ນປົວພະຍາດແມ່ນຫຍຸ້ງຍາກ, ຂາດເຂີນ, ຄົນເຈັບຜູ້ນີ້ແມ່ນການທົດສອບບໍ່ໜ້ອຍຕໍ່ກັບແພດໝໍຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 4, ຮຽກຮ້ອງຕ້ອງການບໍ່ພຽງແຕ່ມີຄວາມຮູ້ເລິກເຊິ່ງເທົ່ານັ້ນ ຫາກຍັງມີປະສົບການຕົວຈິງອີກດ້ວຍ.
ພາຍຫຼັງທຳການປິ່ນປົວເປັນເວລາໜຶ່ງອາທິດ, ຄົນເຈັບມີສຸຂະພາບດີຂຶ້ນ, ຈິດໃຈເບີກບານມ່ວນຊື່ນ ແລະສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ກັບແພດໝໍຂອງໂຮງໝໍ.
ໂດຍ: ແສງເດືອນ