leftcenterrightdel
ໜັງສືພິມໂລກໜຸ່ມ (Junge Welt) ລົງບົດຂ່າວຕີລາຄາສູງການພັດທະນາດ້ານເສດຖະກິດຂອງຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ບົດຂ່າວໃຫ້ຮູ້ວ່າ ໃນຂະນະທີ່ເສດຖະກິດບັນດາປະເທດຝ່າຍຕາເວັນຕົກ ພວມມີສັນຍານຊຸດໂຊມລົງ, ພື້ນຖານເສດຖະກິດຫວຽດນາມ ພັດທະນາຢ່າງແຮງ. ບົດຂ່າວໃຫ້້ຂໍ້ສັງເກດວ່າ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຍ້ອນວິກິດການຢູ່ຢູແກຼນ ກໍ່ຂຶ້ນໄດ້ເປັນຢ່າງດີ. ຍອດຜະລິດຕະພັນພາຍໃນປະເທດ (GDP)  ໃນໄຕມາດ ທີ II ປີ 2022 ເພີ່ມຂຶ້ນ 7,72% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ໝາກຜົນດັ່ງກ່າວ ແມ່ນຍ້ອນມີການສົ່ງອອກເພີ່ມຂຶ້ນສູງ, ການລົງທຶນໂດຍກົງຈາກຕ່າງປະເທດຂອງຫວຽດນາມ ກໍ່ພວມເພີ່ມຂຶ້ນ. ບົດຂ່າວຄັດສະເໜີຂໍ້ມູນຂອງທະນາຄານ HSBC ໂດຍໃຫ້ຮູ້ວ່າ ຫວຽດນາມ ຂຶ້ນກັບກຸ່ມປະເທດທີ່ມີການເຕີບໂຕແຮງທີ່ສຸດຢູ່ພາກພື້ນຍ້ອນແມ່ນໜຶ່ງໃນຈໍານວນໜ້ອຍປະເທດຢູ່ໃນໂລກຍັງເຕີບໂຕໃນ 2 ປີລຽນຕິດ ນັບແຕ່ເມື່ອເກີດພະຍາດໂຄວິດ-19.

ໂດຍ: ທູຈາງ