ທີ່ລາຍການ, ດ້ວຍຄວາມຫວັງຢາກແບ່ງປັນກັບກໍາມະກອນ, ຊາວຜູ້ອອກແຮງງານ, ທ່ານພັນເອກພິເສດ ຕ່າວດຶກຖັ໊ງ, ປະທານທັງເປັນຜູ້ອໍານວຍການກຸ່ມບໍລິສັດ Viettel ໄດ້ມອບເງິນທີ່ມີມູນຄ່າ 2,5 ຕື້ດົ່ງ ເຂົ້າກອງທຶນສັງຄົມສົງເຄາະດວງໃຈຄໍາ ຂຶ້ນກັບສະຫະພັນໃຫຍ່ແຮງງານຫວຽດນາມ. ຈໍານວນເງິນໜູນຊ່ວຍຂອງ Viettel ຈະໄດ້ນໍາໃຊ້ເຂົ້າໃນການມອບທຶນການສຶກສາໃຫ້ແກ່ລູກຂອງກໍາມະກອນທີ່ປະສົບກັບຄວາມຫຍຸ້ງຍາກພິເສດ ແລະລູກຂອງກໍາມະກອນທີ່ເສຍຊີວິດຍ້ອນພະຍາດໂຄວິດ-19.

leftcenterrightdel
ທ່ານພັນເອກພິເສດ ຕ່າວດຶກຖັ໊ງ, ປະທານທັງເປັນຜູ້ອໍານວຍການກຸ່ມບໍລິສັດ Viettel ມອບເງິນໜູນຊ່ວຍດ້ວຍມູນຄ່າ 2,5 ຕື້ດົ່ງ ໃຫ້ທ່ານ ຫງວຽນງອກຫຽນ, ຫົວໜ້າບັນນາທິການໜັງສືພິມແຮງງານ, ຫົວໜ້າກອງທຶນດວງໃຈຄໍາແຮງງານ. ພາບ: qdnd.vn

ກິດຈະກຳດັ່ງກ່າວສະແດງໃຫ້ເຫັນຄໍາໝັ້ນສັນຍາໜູນຊ່ວຍ, ການຮ່ວມແຮງຮ່ວມໃຈກັບລັດຖະບານຕັດສິນໃຈຕ້ານພະຍາດໂຄວິດ-19, ຢັ້ງຢືນແຜນນະໂຍບາຍດໍາເນີນທຸລະກິດຕິດພັນກັບຄວາມຮັບຜິດຊອບຕໍ່ສັງຄົມ; ວົງຄະນະຍາດ, ປະກອບສ່ວນຊຸກຍູ້ການພັດທະນາປະເທດຊາດຂອງ Viettel.

ໂດຍ: ທູຈາງ