ນີ້ແມ່ນລາຍການທີ່ Viettel ຈັດຂຶ້ນທຸກປີ ເພື່ອແນໃສ່ສະເຫຼີມສະຫຼອງວັນມູນເຊື້ອກຸ່ມບໍລິສັດ (1-6-1989/1-6-2022) ແລະສົ່ງເສີມຈິດໃຈປ່ຽນແປງໃໝ່ປະດິດຄິດສ້າງຮັບໃຊ້ເປົ້າໝາຍນໍາໜ້າ, ເພື່ອເປັນກໍາລັງສ້າງສັງຄົມດີຈີຕອນຂອງກຸ່ມບໍລິສັດ.

leftcenterrightdel
ທ່ານພັນເອກພິເສດ ໂດ້ມິງເຟືອງ ຮອງຜູ້ອໍານວຍການໃຫຍ່ Viettel ຢ້ຽມຊົມງານວາງສະແດງເຕັກໂນໂລຢີ Viettel Diversity ທີ່ເຫດການ “ວັນປະດິດຄິດສ້າງ Viettel” ປີ 2022. ພາບ: qdnd.vn.

ທີ່ພິທີມິດຕິງສະເຫຼີມສະຫຼອງວັນມູນເຊື້ອ, Viettel ໄດ້ຕີລາຄາກ່ຽວກັບໝາກຜົນການເຄື່ອນໄຫວການປ່ຽນແປງໃໝ່ປະດິດຄິດສ້າງໃນກຸ່ມບໍລິສັດ, ພ້ອມທັງເຊີດຊູ, ຍ້ອງຍໍສັນລະເສີນບັນດາຂໍ້ລິເລີ່ມທີ່ດີເລີດ, ການປະດິດຄິດສ້າງທີ່ພົ້ນເດັ່ນ. ເພື່ອຊຸກຍູ້ການເຄື່ອນໄຫວປ່ຽນແປງໃໝ່ປະດິດຄິດສ້າງ, Viettel ໄດ້ເຊີດຊູນັບແຕ່ແນວຄວາມຄິດທີ່ນ້ອຍທີ່ສຸດຢູ່ໃນທຸກຖານະບົດບາດ; ວາງອອກບັນດາເປົ້າໝາຍສູງ, ກຳລັງດັນຂະໜາດໃຫຍ່, ຜ່ານນັ້ນສ້າງຄວາມກົດດັນຮຽກຮ້ອງໃຫ້ມີວິທີເຮັດວຽກຢ່າງບຸກທະລຸ, ມີຫົວຄິດປະດິດຄິດສ້າງ. ນອກຈາກນັ້ນ, Viettel ໄດ້ປະຕິບັດບັນດາມາດຕະການດຶງດູດແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຢ່າງຕໍ່ເນື່ອງ, ສ້າງເງື່ອນໄຂເພື່ອໃຫ້ພະນັກງານ, ພາລະກອນເຂົ້າຮ່ວມບັນດາໂຄງການທີ່ມີຫຼາຍສິ່ງທ້າທາຍ, ແກ້ໄຂບັນດາບັນຫາຂອງສັງຄົມດ້ວຍທິດສະດີປັດຊະຍາ “ປະດິດຄິດສ້າງເພື່ອມະນຸດ”.

ດ້ວຍຫົວຂໍ້ວ່າ “ປະດິດຄິດສ້າງບໍ່ມີຂີດຈຳກັດ”, “ວັນປະດິດຄິດສ້າງ Viettel” ປີ 2022 ໄດ້ຈັດຕັ້ງຫຼາຍການເຄື່ອນໄຫວ, ຄື: ພິທີມິດຕິງສະເຫຼີມສະຫຼອງວັນມູນເຊື້ອ, ງານວາງສະແດງເຕັກໂນໂລຢີ Viettel Diversity, ງານປະກວດກ່າວປາໄສກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ InnovativeMe…

ໂດຍ: ຈາງຫງວຽນ