ຜະລິດຕະພັນ, ບໍລິການຍາດໄດ້ລາງວັນທັງໝົດລ້ວນແຕ່ນອນໃນລະບົບຊີວະພາບຫັນປ່ຽນດີຈີຕອນຂອງ Viettel, ແກ້ໄຂບັນຫາໃນບັນດາຂົງເຂດ Platform ເພື່ອກໍ່ສ້າງສັງຄົມດີຈີຕອນ ຄື  ລັດຖະບານດີຈີຕອນ, ການຄ້າເອເລັກໂຕນິກ ແລະໂລຈິດສະຕິກ, ຄວາມໝັ້ນຄົງທາງອິນເຕີແນັດ... ໃນຈໍານວນນັ້ນ, ມີ 7 ຜະລິດຕະພັນ, ການບໍລິການຮັບໃຊ້ການເຄື່ອນໄຫວຫັນປ່ຽນດີຈີຕອນຂອງລັດຖະບານ, ວິສາຫະກິດ. 8 ຜະລິດຕະພັນ, ການບໍລິການທີ່ຍັງເຫຼືອ ແມ່ນໝາກຜົນແຫ່ງຄວາມມານະພະຍາຍາມຫັນປ່ຽນດີຈີຕອນຂອງ Viettel ເອງ.

leftcenterrightdel
ຜູ້ຕາງໜ້າ Viettel Security ຮັບລາງວັນຈາກຄະນະຈັດຕັ້ງ. ພາບ: qdnd.vn

ຄະນະຈັດຕັ້ງລາງວັນຊາວເຄວ ປີ 2022 ຕີລາຄາວ່າ ບັນດາຜະລິດຕະພັນ, ການບໍລິການ, ມາດຕະການດີຈີຕອນຂອງ Viettel ໄດ້ມີບົດບາດສໍາຄັນໃນການປະຕິບັດພາລະກໍາຊ່ວຍບັນດາອົງການຈັດຕັ້ງ, ວິສາຫະກິດຫວຽດນາມ ຫັນປ່ຽນດີຈີຕອນ, ຟື້ນຟູຫຼັງໂລກລະບາດ ໂດຍໄວ ແລະສ້າງຄຸນຄ່າໃໝ່, ທ່າໄດ້ປຽບແກ່ງແຍ້ງ.

ຜະລິດຕະພັນດີເດັ່ນຂອງ Viettel ທີ່ໄດ້ຮັບການເຊີດຊູທີ່ ຊາວເຄວ ປີ 2022 ຄື: ມາດຕະການ Viettel Threat Intelligence ສະໜອງ, ໄຈ້ແຍກພື້ນຖານຂໍ້ມູນຊ່ວຍພັດທະນາ, ສະກັດກັ້ນໄພຂົ່ມຂູ່, ປະຕູຖານປະມູນສາທາລະນະທາງອອນລາຍ ອະນຸຍາດໃຫ້ບັນດາອົງການຄຸ້ມຄອງຕິດຕາມກວດກາບັນດາການເຄື່ອນໄຫວປະມູນຊັບສິນຂອງລັດ; Platform ຂຸດຄົ້ນຂໍ້ມູນ Viettel Data Mining Platform ສາມາດຄາດກະຕວງ, ໄຈ້ແຍກຄວາມສ່ຽງ ແລະຄົ້ນພົບກໍລະນີຜິດປົກກະຕິໃນການຄຸ້ມຄອງວິສາຫະກິດ...

ໂດຍ: ກວຽດເຕິມ