ນັ້ນແມ່ນໃບຢັ້ງຢືນລິຂະສິດ “ອັງແຕນສອງຂົ້ວຄວາມຖີ່ກວ້າງ” ດ້ວຍອັງແຕນທີ່ມີໂຄງສ້າງກະທັດຮັດ, ຄວາມຖີ່ກວ້າງສາມາດແກ້ໄຂຂໍ້ມູນຂ່າວສານຄວາມໄວສູງ ແລະກ້ອງຖ່າຍລັງສີອິນຟຣາເຣດ ຄື່ນກາງ zoom ຕໍ່ເນື່ອງອັດຕາສ່ວນ zoom ໃຫຍ່” ສາມາດສັງເກດໃນຂອບເຂດກວ້າງນັບຫຼາຍສິບກິໂລແມັດ, ດ້ວຍຮູບພາບແຈ້ງດີໃນເງື່ອນໄຂບໍ່ອຳນວຍ.

leftcenterrightdel
ນັກວິສະວະກອນຄົ້ນຄວ້າຂອງບໍໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີ ສູງ Viettel. ພາບ: Viettel

ປີ 2021, USPTO ໄດ້ອອກໃບຢັ້ງຢືນລິຂະສິດ 5 ສະບັບ ໃຫ້ແກ່ບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel, ອັນໄດ້ຍົກຈຳນວນໃບຢັ້ງຢືນລິຂະສິດຂອງບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel ຂຶ້ນເປັນ 8 ສະບັບ. ເຫດການນີ້ເຮັດໃຫ້ຈໍານວນໃບຈົດທະບຽນ ແລະໃບຢັ້ງຢືນລິຂະສິດທີ່ໄດ້ຮັບຮອງຂອງບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel ທັງຢູ່ພາຍໃນ ແລະຕ່າງປະເທດໃນປີ 2021 ແມ່ນຫຼາຍທີ່ສຸດ.

ດ້ວຍ 8 ໃບຢັ້ງຢືນລິຂະສິດຢູ່ອາເມລິກາ, ມາຮອດປັດຈຸບັນຕາມບັນຊີຂອງ USPTO, ບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel ແມ່ນວິສາຫະກິດເຕັກໂນໂລຢີສູງຂອງຫວຽດນາມ ທີ່ມີໃບຢັ້ງຢືນລິຂະສິດໄດ້ຮັບການປົກປ້ອງຜູກຂາດຂອງອາເມລິກາ ຫຼາຍທີ່ສຸດ, ລວມທັງໃນ 3 ຂົງເຂດ: ການທະຫານ, ພົນລະເຮືອນ ແລະໂທລະຄົມມະນາຄົມ.

ໂດຍ: ກວຽດເຕິມ