leftcenterrightdel
Viettel ສາຂາແຂວງຢາລາຍ ເຊັນສັນຍາຮ່ວມມືຫັນປ່ຽນດີຈີຕອນກັບວິສາຫະກິດ.

vESS ແມ່ນ Platform ດີຈີຕອນບໍລິຫານວິສາຫະກິດ Viettel ທີ່ຫາກໍ່ເປີດຕົວໃນເດືອນຕຸລາ ປີ 2021, ລວມມີ 3 ປະມວນມາດຕະການ: ການບໍລິຫານບັນຊາ; ການບໍລິຫານບຸກຄະລາກອນ; ບັນຊີ-ການເງິນ ດ້ວຍ 30 ເຄື່ອງມື, ບໍລິການເສີມພື້ນຖານ ແລະຍົກສູງການຮັບໃຊ້ຄວາມຕ້ອງການຂອງວິສາຫະກິດ, ຮັບປະກັນໃຫ້ວິສາຫະກິດຄຸ້ມຄອງ, ບໍລິຫານງ່າຍດ່າຍ, ທັນສະໄໝ, ວ່ອງໄວ.

Viettel ສາຂາແຂວງຢາລາຍ ກໍ່ໃຫ້ຄໍາໝັ້ນສັນຍາ ຈະຮ່ວມເດີນທາງພ້ອມກັບວິສາຫະກິດແຂວງແຂວງຢາລາຍເພື່ອຟື້ນຟູ, ພັດທະນາຫຼັງໂຄວິດ-19 ດ້ວຍບັນດາຜະລິດຕະພັນ, ແອັບການເຊື່ອມຈອດໃນລະບົບນິເວດ Viettel, ຄື: ການບໍລິຫານວິສາຫະກິດ vESS, ລາຍເຊັນດີຈີຕອນ Viettel CA, ບິນເອເລັກໂຕນິກ SInvoice, ປະກັນໄພສັງຄົມເອເລັກໂຕນິກ vBHXH, ທະນາຄານດີຈີຕອນ Viettel Money...

ໂດຍ: ໄຊຊະນະ