ໃນບົດຂຽນຫວ່າງແລ້ວນີ້, ໜັງສືພິມ Nikkei Asian Review ຂອງຍີ່ປຸ່ນ ເນັ້ນໜັກວ່າ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພວມຊ່ວງເສັງເພື່ອແນໃສ່ຟື້ນຟູລະບົບຕ່ອງໂສ້ການສະໜອງໃຫ້ສົມບູນ. ຍົກອອກກໍລະນີພົ້ນເດັ່ນແມ່ນຫວຽດນາມ, ນັກຂ່າວສອງຄົນ Onishi Tomoya ແລະ Nakano Takashi ໃຫ້ຂໍ້ສັງເກດວ່າ ປະເທດຫວຽດນາມ ພວມປັບຕົວໃຫ້ແທດເໝາະກັບສະພາບປົກກະຕິໃໝ່ໂດຍໄວ. Nikkei Asian Review ຍົກຕົວຢ່າງວ່າ “ປະມານ 200 ໂຮງງານຢູ່ຫວຽດນາມ ແມ່ນຄູ່ຮ່ວມມືກັບເຄື່ອງໝາຍການຄ້າກິລາທີ່ມີຊື່ສຽງ Nike ໄດ້ດໍາເນີນການຜະລິດຄືນໃໝ່. ກຸ່ມບໍລິສັດເອເລກໂຕນິກ Samsung ຂອງ ສ.ເກົາຫຼີ ແລະ Intel ຂອງອາເມລິກາ ກໍ່ເພີ່ມທະວີການໜູນຊ່ວຍເພື່ອໃຫ້ບັນດາຮາກຖານຂອງເຂົາເຈົ້າຢູ່ທີ່ນີ້ເຄື່ອນໄຫວຄືນໃໝ່ເທື່ອລະກ້າວໃນເດືອນ ພະຈິກ ນີ້”.

leftcenterrightdel
ໂຮງງານຫຼາຍແຫ່ງຢູ່ຫວຽດນາມ ເລີ່ມດຳເນີນການເຄື່ອນໄຫວຜະລິດຄືນໃໝ່. ພາບ: AP.

ບັນດາຜົນກະທົບຈາກມາດຕະການລ໋ອກດາວ, ຈຳກັດບໍລິເວນຢ່າງແໜ້ນແຟ້ນເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງໃຫ້ຂະແໜງອຸດສາຫະກຳລົດໂອໂຕຢູ່ອາຊີຕາເວັນອອກສ່ຽງໃຕ້ ໃນໄລຍະຜ່ານມາ. ຕາມ Nikkei Asian Review ແລ້ວ, ຫວຽດນາມ ສຸມໃສ່ໂຮງງານຜະລິດຊຸດສາຍໄຟຫຼາຍແຫ່ງ, ໃນຂະນະນັ້ນ, ມາເລເຊຍ ແມ່ນສູນຜະລິດເຊມິຄອນດັກເຕີ ໄລ່ສະເພາະຫວຽດນາມ ໄດ້ສະໜອງປະມານ 40% ສາຍໄຟໃຫ້ລົດໂອໂຕ ນຳເຂົ້າສູ່ຍີ່ປຸ່ນ. ສະພາບຂາດສອງພາກສ່ວນນີ້ແມ່ນສາຍເຫດຕົ້ນຕໍເຮັດໃຫ້ Toyota ແລະຫຼາຍໂຮງງານຜະລິດອື່ນຂອງຍີ່ປຸ່ນ ຕ້ອງຫຼຸດຜ່ອນປະລິມານການຜະລິດໃນເດືອນກັນຍາ ທີ່ຜ່ານມາລົງເຄິ່ງໜຶ່ງເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ເຖິງຢ່າງໃດກໍ່ຕາມ, ເມື່ອຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ຫວຽດນາມ ຄ່ອຍໆຫຼຸດລົງແຕ່ລະດັບສູງສຸດໃນເດືອນສິງຫາ, ບັນດາໂຮງງານຜະລິດເຄື່ອງອາໄຫຼ່ໄຟຟ້າ ແລະເອເລັກໂຕນິກທີ່ຈຳເປັນໃຫ້ຂະແໜງອຸດສາຫະກຳລົດໂອໂຕ ກໍ່ເລີ່ມເຄື່ອນໄຫວເປັນປົກກະຕິຄືນໃໝ່, ຜ່ານນັ້ນຊ່ວຍຫຼຸດຜ່ອນຄວາມເປັນຫ່ວງກ່ຽວກັບແຫຼ່ງສະໜອງໃນທົ່ວໂລກ. Nikkei Asian Review ໃຫ້ຮູ້ວ່າ ບໍລິສັດ Furukawa Electric ຄາດຄະເນຈະເຄື່ອນໄຫວໝົດກຳລັງແຮງຢູ່ 3 ໂຮງງານຢູ່ຫວຽດນາມ. ໄລ່ສະເພາະຢູ່ສາຂານະຄອນໂຮ່ຈີມິນ, Furukawa Electric ໄດ້ມີຜູ້ອອກແຮງງານປະມານ 8.000 ຄົນ. Nikkei Asian Review ເນັ້ນໜັກວ່າ  ບັນດາບໍລິສັດສະໜອງອື່ນ, ຄື: Yazaki ແລະ Sumitomo Electric Industries ກໍ່ພວມມີແຜນການຟ້ືນຟູການຜະລິດຢູ່ຫວຽດນາມ. ທ່າອ່ຽງຕັ້ງໜ້ານີ້ໄດ້ຮັບຄວາມຫວັງວ່າ ຈະໜູນຊ່ວຍການຟ້ືນຟູຂົງເຂດຜະລິດໂອໂຕຂອງ ຍີ່ປຸ່ນ.

ຕາມໜັງສືພິມ Deutsche Welle (DW) ຂອງເຢຍລະມັນ, ໃນສອງທົດສະວັດຜ່ານມາ, ອາຊີຕາເວັນອອກສ່ຽງໃຕ້ ພົ້ນເດັ່ນຂຶ້ນຄືດັ່ງປັດໄຈທີ່ສຳຄັນໃນລະບົບຕ່ອງໂສ້ການສະໜອງທົ່ວໂລກ. ບັນດາປະເທດ, ຄື: ຫວຽດນາມ, ໄທ, ມາເລເຊຍ ໄດ້ກາຍເປັນບັນດາສູນຜະລິດໃຫຍ່ທີ່ສຸດສຳລັບຂະແໜງອຸດສາຫະກຳລົດໂອໂຕ, ຄອມພິວເຕີ, ເຄື່ອງເອເລັກໂຕນິກ ແລະຕັດຫຍິບ. ເຖິງຢ່າງໃດກໍ່ຕາມ, ການເຄື່ອນໄຫວຜະລິດຂອງພາກພື້ນຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນການແຜ່ລະບາດຂອງໄວຣັດ SARS-CoV-2 ໃນຊຸມເດືອນມໍ່ໆມານີ້.

ຕໍ່ໜ້າສະພາບການດັ່ງກ່າວ, DW ເຊີດຊູບົດບາດສໍາຄັນຂອງລັດຖະບານ ແລະອົງການທີ່ກ່ຽວຂ້ອງຂອງປະເທດຕ່າງໆໃນການໜູນຊ່ວຍວິສາຫະກິດຟ້ືນຟູການຜະລິດໂດຍໄວ. ໃນນັ້ນ, ຕາມໜັງສືພິມຂອງເຢຍລະມັນ ແລ້ວ, ຫວຽດນາມ ໄດ້ ແລະພວມສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາໂຮງງານສືບຕໍ່ເຄື່ອນໄຫວເມື່ອເຂົາເຈົ້ານຳໃຊ້ມາດຕະການສະກັດກັ້ນຢ່າງເຄັ່ງຄັດ, ຄືຈັດບ່ອນກິນ, ບ່ອນຢູ່ກັບທີ່ ຫຼື ມີລົດຂົນສົ່ງກຳມະກອນ, ຜູ້ອອກແຮງງານໃນສະພາບໃໝ່ຮັບປະກັນຄວາມເຄັ່ງຄັດ, ປອດໄພ.

ຍ້ອນມີແງ່ຫວັງຈະຄວບຄຸມໄດ້ໂລກລະບາດ ແລະຟື້ນຟູການເຄື່ອນໄຫວຜະລິດເປັນປົກກະຕິໂດຍໄວ, DW ຕີລາຄາວ່າ ຫວຽດນາມ ຍັງຄົງແມ່ນຈຸດນັດພົບທີ່ສ້າງຄວາມດຶງດູດແຫຼ່ງທຶນໂດຍກົງຈາກຕ່າງປະເທດ (FDI) ຍ້ອນມີຄວາມຂະຫຍັນຂັນເຄື່ອນຂອງຕະຫຼາດແຮງງານ, ຄວາມຕ້ອງການໃຊ້ສອຍເພີ່ມຂຶ້ນ ແລະຫຼາຍນະໂຍບາຍ, ເງື່ອນໄຂສະດວກໃນການດຶງດູດທຶນ FDI. ໃນບົດລາຍງານກ່ຽວກັບດັດສະນີສະພາບແວດລ້ອມດຳເນີນທຸລະກິດ (BCI) ໄຕມາດ III-2021 ທີ່ຫາກໍ່ປະກາດ, ສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ (EuroCham) ກໍໃຫ້ຮູ້ວ່າ ການນໍາວິສາຫະກິດຕ່າງໆຂອງເອີລົບ ສະແດງຄວາມປະເອີບໃຈກວ່າກ່ຽວກັບສະພາບແວດລ້ອມດຳເນີນທຸລະກິດຂອງຫວຽດນາມ ພາຍຫຼັງສິ້ນສຸດການຮັກສາໄລຍະຫ່າງທາງສັງຄົມເພື່ອຫັນໄປສູ່ໄລຍະປົກກະຕິໃໝ່. ສິ່ງນີ້ສະແດງໃຫ້ເຫັນສັນຍານຕັ້ງໜ້າ ແລະຄວາມປະເອີບໃຈຂອງບັນດາສະມາຊິກ EuroCham ຕໍ່ໜ້າການຫັນປ່ຽນດີພໍສົມຄວນກ່ຽວກັບສະພາບການລົງທຶນ ແລະການຄ້າຢູ່ຫວຽດນາມ.

ຄຽງຂ້າງນັ້ນ, ການສັກວັກຊິນກັນພະຍາດໂຄວິດ-19 ແມ່ນປະຖົມປັດໄຈເພື່ອຟື້ນຟູການຜະລິດ. DW ໃຫ້ຂໍ້ສັງເກດວ່າ ຄວາມສຳຄັນຂອງຫວຽດນາມ ຕໍ່ກັບວິວັດການຟ້ືນຟູຕ່ອງໂສ້ການສະໜອງກໍ່ແມ່ນໜຶ່ງໃນບັນດາເຫດຜົນເພື່ອຊຸກຍູ້ສະຫະພາບເອີລົບ ຫຼື ອາເມລິກາ ໃຫ້ບູລິມະສິດໜູນຊ່ວຍວັກຊິນຫຼາຍລ້ານໂດສ ໃນໄລຍະຜ່ານມາໃຫ້ຫວຽດນາມ - ຄູ່ຮ່ວມມືດ້ານການຄ້າແຖວໜ້າຂອງເຂົາເຈົ້າຢູ່ອາຊີຕາເວັນອອກສ່ຽງໃຕ້.

ໂດຍ: ແສງເດືອນ