ທີ່ກອງປະຊຸມສໍາມະນາ, ນັກຊ່ຽວຊານດ້ານເສດຖະກິດຫຼາຍທ່ານໄດ້ສະເໜີຫຼາຍມາດຕະການ ເພື່ອຟື້ນຟູ, ພັດທະນາເສດຖະກິດ, ລວມມີ: ການສັກວັກຊິນ, ຟື້ນຟູແຫຼ່ງສະໜອງແຮງງານໃຫ້ເຂດອຸດສາຫະກໍາຕ່າງໆ, ສະໜອງທຶນຮອນ ແລະອັດຕາດອກເບ້ຍພິເສດໃຫ້ວິສາຫະກິດ... ກ່ຽວກັບໄລຍະຍາວ, ນະຄອນຕ້ອງມີນະໂຍບາຍຊ່ວຍເຫຼືອໃຫ້ກໍາມະກອນ ແລະຜູ້ອອກແຮງງານ, ເພີ່ມອັດຕາແຮງງານມີຄວາມສາມາດສູງໃຫ້ໂຮງງານຜະລິດແຫ່ງຕ່າງໆ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ສູນສື່ມວນຊົນນະຄອນໂຮ່ຈີມິນ.

ນັກຊ່ຽວຊານກໍ່ປຶກສາຫາລືມາດຕະການປຸກລະດົມແຫຼ່ງກໍາລັງໃຫ້ແກ່ການພັດທະນານະຄອນ. ນັກຊ່ຽວຊານບາງທ່ານກໍ່ສະເໜີໃຫ້ນະຄອນຄົ້ນຄວ້າການຫັນປ່ຽນກົງຈັກ “ຄະນະຊີ້ນໍາປ້ອງກັນ, ຕ້ານພະຍາດໂຄວິດ-19” ເປັນ “ຄະນະຊີ້ນໍາປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະຟື້ນຟູເສດຖະກິດນະຄອນໂຮ່ຈີມິນ”, ພ້ອມທັງຄົ້ນຄວ້າສ້າງສູນຕອບໂຕ້ເບິ່ງແຍງດູແລສຸຂະພາບທາງຈິດໃຈພາຍຫຼັງພະຍາດເພື່ອແກ້ໄຂບັນຫາພັດທະນາເສດຖະກິດ-ສັງຄົມໃຫ້ລົງຕົວ.

ໂດຍ: ເກື່ອງດັ້ງ