leftcenterrightdel
ນັກຮຽກເຂົ້າຮ່ວມພິທີເປີດສົກຮຽນໃໝ່ທາງອອນລາຍ. ພາບ: qdnd.vn.

ໃນກໍລະນີຍັງບໍ່ທັນຮັບປະກັນຄວາມປອດໄພ, ມີບາງທ້ອງຖິ່ນໄດ້ຈັດຕັ້ງພິທີເປີດສົກຮຽນໃໝ່ຜ່ານລະບົບທາງໄກ ຫຼື ຢູ່ໂທລະພາບເພື່ອໃຫ້ນັກຮຽນຢູ່ໃນເຂດຈໍາກັດບໍລິເວນໄດ້ເຂົ້າຮ່ວມພິທີເປີດສົກຮຽນໃໝ່ຂອງທ້ອງຖິ່ນ ແລະທົ່ວປະເທດ. ສໍາລັບທ້ອງຖິ່ນກຳລັງລະບາດພະຍາດໂຄວິດ-19, ເວລາເລີ່ມເຂົ້າສົກຮຽນໃໝ່ຈະເລື່ອນເຖິງເວລາພະຍາດໄດ້ຮັບການຄວບຄຸມ. ຍ້ອນກໍາລັງປະຕິບັດການຮັກສາໄລຍະຫ່າງຕາມຄໍາສັ່ງສະບັບເລກທີ 16 ຂອງນາຍົກລັດຖະມົນຕີ, ນັກຮຽນຢູ່ຮ່າໂນ້ຍ ແລະນະຄອນໂຮ່ຈີມິນ ເຂົ້າຮ່ວມພິທີເປີດສົກຮຽນໃໝ່ຜ່ານລະບົບທາງໄກ.

ໂດຍ: ເກື່ອງດັ້ງ