ປະສົມປະສານຫຼາຍເຕັກໂນໂລຢີໃໝ່

ລະບົບຄຸ້ມຄອງການສັກຢາກັນພະຍາດໂຄວິດ-19 ລວມມີ 4 ລະບົບ: ແອັບພຼີເຄຊັນປື້ມຄູ່ມືສຸຂະພາບເອເລັກໂຕນິກ, ປະຕູຖານຂໍ້ມູນເປີດເຜີຍການສັກຢາກັນພະຍາດໂຄວິດ-19, ລະບົບໜູນຊ່ວຍວຽກງານສັກຢາກັນພະຍາດແຫ່ງຊາດ, ສູນຕອບສະໜອງ (MCC). ປະຈຸບັນລະບົບນີ້ໄດ້ສຳເລັດໂດຍພື້ນຖານແລ້ວ ແລະສືບຕໍ່ໄດ້ຍົກລະດັບໃຫ້ມີປະສິດທິພົນທີ່ສຸດເພື່ອຮັບປະກັນການນຳໃຊ້ໄດ້ດີໃນການສັກວັກຊິນກັນພະຍາດໂຄວິດ-19.

leftcenterrightdel
ວິສາວະກອນຂອງ Viettel Solutions  ຄຸ້ມຄອງລະບົບຄຸ້ມຄອງການສັກຢາກັນພະຍາດໂຄວິດ-19. ພາບ: ຫວູຈ່າມີ.

ໃນລະບົບນີ້, ແອັບພຼີເຄຊັນປື້ມຄູ່ມືສຸຂະພາບເອເລັກໂຕນິກ ພວມນອນຢູ່ໃນທອັບນຳໜ້າບັນດາແອັບພຼີເຄຊັນ ໄດ້ດາວໂຫຼດຫຼາຍທີ່ສຸດຢູ່ໃນສອງລະບົບ Android ແລະ iOS. ນອກຈາກການຈົດທະບຽນການສັກຢາກັນພະຍາດແລ້ວ, ປື້ມຄູ່ມືສຸຂະພາບເອເລັກໂຕນິກ ຍັງມີຄຸນສົມບັດອື່ນຕື່ມອີກ, ຄື: ແຈ້ງອາການສຸຂະພາບ, ຈົດທະບຽນການສັກຢາກັນພະຍາດ, ຢັ້ງຢືນການສັກຢາກັນພະຍາດ, ປະຕິກິລິຍາຫຼັງຈາກສັກຢາກັນພະຍາດໂຄວິດ-19, ລະຫັດສຸຂະພາບ, ປື້ມກວດສຸຂະພາບ. ທ່ານພັນຕີ ໂງວິງກຸ໊ຍ, ຮອງຜູ້ອຳນວຍການບໍລິສັດໃຫຍ່ມາດຕະການວິສາຫະກິດ  (Viettel Solutions-ກຸ່ມບໍລິສັດ Viettel) ໃຫ້ຮູ້ວ່າ ແອັບພຼີເຄຊັນ ໄດ້ປະສົມປະສານເຕັກໂນໂລຢີໃໝ່ຫຼ້າສຸດຂອງລະບົບ iOS ແລະ Android.

ທ່ານພັນຕີ ໂງຫວິງກຸ໊ຍ ໃຫ້ຮູ້ວ່າ ເພື່ອໃຫ້ປະຊາຊົນນຳໃຊ້ໄດ້ຢ່າງງ່າຍດາຍກວ່າໃນການລົງທະບຽນ ແລະນຳໃຊ້ປື້ມຄູ່ມືສຸຂະພາບເອເລັກໂຕນິກ, Viettel ໄດ້ສົມທົບກັບກະຊວງຖະແຫຼງຂ່າວ ແລະການສ່ືສານ ສ້າງເອກະສານ, ຄຼິບວີດີໂອແນະນຳ ແລະຈະປະກາດໃຊ້ໂດຍໄວ. ນອກຈາກນັ້ນ, ເພື່ອຫຼີກລ້ຽງຄວາມຜິດພາດຂອງລະບົບ, ຜູ້ຊົມໃຊ້ຄວນອັບເດດສະບັບໃໝ່ຫຼ້າສຸດ.

ສືບຕໍ່ປັບປຸງໃຫ້ສົມບູນ

ເມື່ອໄດ້ຮັບຫົວຂໍ້ຜັນຂະຫຍາຍລະບົບຄຸ້ມຄອງການສັກຢາກັນພະຍາດໂຄວິດ-19, ອີງໃສ່ເຕັກໂນໂລຢີການແພດທີ່ມີຢູ່ແລ້ວພ້ອມກັບການຄົ້ນຄວ້າ, ພັດທະນາຕາມລັກສະນະສະເພາະຂອງຂະບວນການສັກຢາກັນພະຍາດໂຄວິດ-19 ຕື່ມອີກ, Viettel ໄດ້ດຳເນີນການອອກແບບລະບົບນີ້ໃນເວລາໄວທີ່ສຸດເພື່ອຮັບໃຊ້ຂະບວນການສັກຢາກັນພະຍາດໃນຂອບເຂດທົ່ວປະເທດ.

ເຖິງຢ່າງໃດກໍ່ຕາມ, ວິວັດການກໍ່ສ້າງລະບົບນີ້ກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນວ່າຕາມການແບ່ງປັນຂອງທ່ານພັນຕີ ໂງວິງກຸ໊ຍ ແລ້ວ, ເວລາໃນການຜັນຂະຫຍາຍແມ່ນຮີບດ່ວນທີ່ສຸດ. ຍິ່ງໄປກວ່ານັ້ນ, ຢາກໃຫ້ລະບົບນີ້ມີປະສິດທິຜົນ, ເງື່ອນໄຂທີ່ຕ້ອງການແມ່ນປະຊາຊົນຕ້ອງມີທັກສະນຳໃຊ້, ມີໂທລະສັບສະຫຼາດ, ຢູ່ເຂດຫ່າງໄກສອກຫຼີກຕ້ອງມີສັນຍານອິນເຕີແນັດ. ນອກຈາກນັ້ນ, ສະພາບການດ້ານວິຊາສະເພາະຢູ່ບັນດາຮາກຖານກໍ່ແຕກຕ່າງກັນ, ນະຄອນ, ຊົນນະບົດ ຫຼື ເຂດອຸດສາຫະກຳກໍ່ບໍ່ຄືກັນ, ຮຽກຮ້ອງໃຫ້ລະບົບນີ້ຕ້ອງປັບໃຫ້ເຂົ້າກັບເງື່ອນໄຂ ແລະສະພາບຕົວຈິງ. ຄຽງຂ້າງກັນນັ້ນ, ລະບົບຄຸ້ມຄອງການສັກຢາກັນພະຍາດໂຄວິດ-19 ບັນຈຸຂໍ້ມູນຂ່າວສານຫຼາຍ, ສະນັ້ນຕ້ອງຮັບປະກັນຄວາມລັບ, ໂຄງປະກອບຂອງລະບົບຕ້ອງອອກແບບເຮັດແນວໃດເພື່ອໃຫ້ເໝາະສົມກັບຈຳນວນຜູ້ເຂົ້າລະບົບຫຼາຍໃນທົ່ວປະເທດ.

ທ່ານພັນຕີ ໂງວິງກຸ໊ຍ ກໍ່ເນັ້ນໜັກວ່າ ລະບົບຄຸ້ມຄອງການສັກຢາກັນພະຍາດໂຄວິດ-19 ແມ່ນລະບົບທີ່ກວມເອົາຫຼາຍພາກສ່ວນຕ້ອງໄດ້ເຊື່ອມຕໍ່ກັນເພື່ອຮັບໃຊ້ຂັ້ນຕອນການສັກຢາ, ຍ້ອນເຫດນັ້ນ, ຖັນແຖວພະນັກງານຂອງ Viettel ຕ້ອງເຮັດວຽກທັງເວັນ ແລະຄືນເພື່ອມານະພະຍາຍາມສ້າງໃຫ້ສຳເລັດ. ລະບົບຄຸ້ມຄອງການສັກຢາກັນພະຍາດໂຄວິດ-19 ເວົ້າລວມ ແລະ ແອັບພຼີເຄຊັນປື້ມຄູ່ມືສຸຂະພາບເອເລັກໂຕນິກເວົ້າສະເພາະມີຄວາມໝາຍສຳຄັນໃນການກໍ່ສ້າງຂະແໜງສາທາລະນະສຸກເອເລັກໂຕນິກ. ຜູ້ຕາງໜ້າຂອງ Viettel Solutions ຖືວ່າ ປະຊາຊົນແຕ່ລະຄົນລ້ວນແຕ່ມີປຶ້ມກວດສຸຂະພາບເອເລັກໂຕນິກ, ຂັ້ນຕອນການໄປກວດພະຍາດທັງໝົດຈະໄດ້ດຳເນີນຢ່າງວ່ອງໄວຍ້ອນວ່າທຸກລະບຽບການແມ່ນສາມາດກົດຜ່ານໂທລະສັບສະຫຼາດ. ສິ້ນສຸດການກວດພະຍາດ, ທຸກຂໍ້ມູນໄດ້ອັບເດດຢູ່ໃນປຶ້ມກວດສຸຂະພາບເອເລັກໂຕນິກ, ຄ່າກວດພະຍາດກໍ່ສາມາດຊຳລະຜ່ານທາງເອເລັກໂຕນິກ. ຈາກນັ້ນ, ຊ່ວຍປະຊາຊົນຫຼຸດຜ່ອນເວລາລໍຖ້າ ກໍຄືຈຳກັດການສຳພັດ, ຫຼີກລ້ຽງການແຜ່ລາມຂອງພະຍາດ.

ໂດຍ: ແສງເດືອນ