leftcenterrightdel
ພາບປະກອບຄັດຈາກ: moit.gov.vn

ບໍລິສັດຫຸ້ນສ່ວນໄປສະນີ Viettel-Viettel Post (ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ) ໃຫ້ຮູ້ວ່າ, ແຕ່ວັນທີ 5-19 ສິງຫາ, Viettel Post ຈະຜັນຂະຫຍາຍໂຄງການ “ສະຖານີແຫ່ງຄວາມສຸກ-ຂົວຕໍ່ຄວາມຮັກແພງ”, ຫັນບັນດາໂຮງໄປສະນີ Viettel Post ກາຍເປັນຂົວຕໍ່ລະຫວ່າງປະຊາຊົນທົ່ວປະເທດກັບຜູ້ປະສົບຄວາມຫຍຸ້ງຍາກຢູ່ນະຄອນໂຮ່ຈີມິນ. ໂຄງການໄດ້ຈັດຂຶ້ນດ້ວຍສອງກິດຈະກໍາຫຼັກ ຄື: ເລີ່ມແຕ່ວັນທີ 2-15 ສິງຫາ, Viettel Post ຮຽກຮ້ອງການບໍລິຈາກຈາກຜູ້ໃຈບຸນໃຈກຸສົນໃນທົ່ວປະເທດ; ແຕ່ວັນທີ 5-19 ສິງຫາ, Viettel Post ຈັດຕັ້ງ “ສະຖານີແຫ່ງຄວາມສຸກ” ເພື່ອໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກສາມາດໄປຍັງໄປສະນີ Viettel Post ເລືອກເອົາອາຫານ ແລະເຄື່ອງໃຊ້ທີ່ຈໍາເປັນ. ກໍ່ໃນຂອບເຂດຂອງໂຄງການ, Viettel Post ຈະສົມທົບກັບກໍາລັງປະກອບອາວຸດທະຫານເຂດ 7 ມອບວັດຖຸ ແລະເຄື່ອງໃຊ້ທີ່ປະຈໍາໂດຍກົງໃຫ້ຜູ້ທຸກຍາກຢູ່ໃນເຂດລອ໋ກດາວ ແລະເຂດຈໍາກັດບໍລິເວນ...

ໂດຍ: ທະນາພອນ