ກະຊວງອຸດສາຫະກໍາ ແລະການຄ້າ ໃຫ້ຮູ້ວ່າ ໃນ 6 ເດືອນຕົ້ນປີ 2021, ມູນຄ່າສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດອາຊຽນ ບັນລຸ 13,9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 28,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ດ້ວຍທີ່ຕັ້ງພູມມີປະເທດໃກ້ຊິດນັ້ນ, ອາຊຽນ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນສຳລັບສິນຄ້າຫວຽດນາມ.

ດ້ວຍລະດັບການນໍາເຂົ້າສູງກວ່າເມື່ອທຽບໃສ່ກັບການສົ່ງອອກສະນັ້ນຕົວເລກນຳເຂົ້າເກີນດຸນຂອງຫວຽດນາມ ຈາກຕະຫຼາດອາຊຽນ ໄດ້ຂຶ້ນເຖິງ 7,3 ຕື້ໂດລາສະຫະລັດເມື່ອທຽບໃສ່ລະດັບ 3,2 ຕື້ໂດລາສະຫະລັດຂອງ 6 ເດືອນຕົ້ນປີ 2020.

leftcenterrightdel
ການປຸງແຕ່ງສິນທະເລສ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາຄູ່ຮ່ວມມືດ້ານການຄ້າໃຫຍ່ຂອງຫວຽດນາມ ຢູ່ອາຊຽນ, ຄື: ໄທ, ສິງກະໂປ, ມາເລເຊຍ, ອິນໂດເນເຊຍ, ຟິລິບປິນ, ກໍາປູເຈຍ... ດ້ວຍວົງເງິນການຄ້າສອງສົ້ນບັນລຸນັບຕື້ໂດລາສະຫະລັດ/ຕະຫຼາດ. ນອກຈາກນັ້ນ, ໃນຂົງເຂດການຄ້າ, ຫວຽດນາມ ແລະບັນດາປະເທດອາຊຽນ ໄດ້ປະຕິບັດສັນຍາການຄ້າສິນຄ້າອາຊຽນ (ATIGA) ປີ 2010 ແລະກໍາລັງປະຕິບັດການຫຼຸດພາສີອາກອນ.

ດ້ວຍຈຳນວນປະຊາກອນປະມານ 650 ລ້ານຄົນ, ຍອດ GDP ປະມານກວ່າ 3.111 ຕື້ໂດລາສະຫະລັດ, ລະດັບເຕີບໂຕສະເລ່ຍບັນລຸ 4,7%/ປີ, ອາຊຽນໄດ້ຮັບຖືວ່າແມ່ນຕະຫຼາດສໍາຄັນພິເສດຂອງຫວຽດນາມ ແລະແມ່ນຕະຫຼາດທໍາອິດເພື່ອໃຫ້ຜະລິດຕະພັນຂອງຫວຽດນາມ ໄດ້ແກ່ງແຍ້ງກ່ອນທີ່ເຂົ້າຮ່ວມຕະຫຼາດໂລກ.

ຄວາມຈິງແລ້ວ, ເຖິງວ່າມີບູລິມະສິດ ແລະທ່າໄດ້ປຽບຫຼາຍກ່ຽວກັບພູມມີປະເທດກໍ່ຕາມ, ແຕ່ອາຊຽນ ໄດ້ຮັບຖືວ່າແມ່ນຕະຫຼາດ “ກາລະໂອກາດ”, “ມີຄວາມສາມາດບົ່ມຊ້ອນ”, ວິສາຫະກິດຫວຽດນາມ ສ່ວນຫຼາຍຍັງບໍ່ທັນຂຸດຄົ້ນທ່າໄດ້ປຽບເປັນຢ່າງດີ ເພື່ອເພີ່ມປະລິມານສິນຄ້າສົ່ງອອກໄດ້ເທື່ອ.

ສະນັ້ນ, ກົມຕະຫຼາດອາຊີ-ອາຟຣີກາ ກ່າວເຕືອນວ່າຮອດເວລາແລ້ວທີ່ບັນດາວິສາຫະກິດຕ້ອງອັບເດດ ແລະກໍາແໜ້ນຂໍ້ກໍານົດກ່ຽວກັບມາດຖານ, ຄຸນນະພາບ ແລະການລົງທຶນຍົກລະດັບລະບົບຜະລິດ ແລະຮັກສາ, ເອົາໃຈໃສ່ເຖິງການຫຸ້ມຫໍ່, ອອກແບບ...

ໂດຍ: ໄຊນີດາ