ວິສາຫະກິດຫວຽດນາມ ຢູ່ຕ່າງປະເທດສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19
ກປ.ອອນໄລ - ຕອນບ່າຍວັນທີ 10 ມິຖຸນາ, ຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (NVNONN) ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບ ເງິນ 50 ລ້ານດົ່ງເພື່ອສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19, ນໍ້າຢາ 500 ຂວດ ທີ່ມີມູນຄ່າ 100 ລ້ານດົ່ງພ້ອມກັບນໍ້າບຳລຸງສຸຂະພາບ ion 5.040 ຂວດທີ່ມີມູນຄ່າ 126 ລ້ານດ່ົງເພື່ອບຳລຸງໃຫ້ແພດໝໍທີ່ປະຕິບັດໜ້າທີ່ດ່ານໜ້າຢູ່ແຂວງບັ໊ກຢາງ, ແຂວງບັ໊ກນິງ ໂດຍກອງທຶນ Steve ບຸ່ຍ & Friends, ບໍລິສັດເຝືອງລອງຍຽນ-ຫວູງເຕົ່າ ແລະບໍລິສັດ Cosmos Japan Creation JSC ມອບໃຫ້.
ນີ້ແມ່ນເທື່ອທີສອງທີ່ກອງທຶນ Steve ບຸ່ຍ & Friends ແລະບໍລິສັດເຝືອງລອງຍຽນ-ຫວູງເຕົ່າ ສະໜັບສະໜູນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.
    |
 |
ທ່ານ ຟ້າມກວາງຮ້ຽວ ຮອງລັດຖະມົນຕີການຕ່າງປະເທດຮັບເງິນ ແລະວັດຖຸອຸປະກອນການແພດ ຂອງບັນດາວິສາຫະກິດທີ່ຢູ່ຕ່າງປະເທດ. ພາບ: ເຝືອງແອັງ. |
ກ່າວຄໍາເຫັນທີ່ພິທີ, ທ່ານ ຟ້າມກວາງຮ້ຽວ ຮອງລັດຖະມົນຕີການຕ່າງປະເທດ, ປະທານຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຂອບໃຈຕໍ່ການປະກອບສ່ວນຢ່າງທັນການຂອງບັນດາວິສາຫະກິດຢູ່ຕ່າງປະເທດສໍາລັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນປະເທດ, ພ້ອມທັງຢັ້ງຢືນວ່າ, ຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຈະໂອນເງິນ ແລະມອບວັດຖຸໃຫ້ກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະໃຫ້ແພດໝໍທີ່ປະຕິບັດໜ້າທີ່ປ້ອງກັນ, ຕ້ານພະຍາດຢູ່ດ່ານໜ້າໂດຍກົງ.
ທ່ານ ໃຫ້ຮູ້ວ່າ ໂດຍຕອບສະໜອງຄໍາຮຽກຮ້ອງຂອງປະທານປະເທດ, ນາຍົກລັດຖະມົນຕີ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະກະຊວງການຕ່າງປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເປັນຕົ້ນແມ່ນ ອາເມລິກາ, ກໍາປູເຈຍ, ໄທ, ສິງກະໂປ, ລາວ, ເຢຍລະມັນ, ສະຫະພັນລັດເຊຍ... ໄດ້ຕັ້ງໜ້າບໍລິຈາກ, ໃຫ້ການສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19.
ໂດຍ: ກວຽດເຕີມ