leftcenterrightdel
ລະບົບກວດ, ປິ່ນປົວພະຍາດທາງໄກ (Telehealth) ຂອງ Viettel. ພາບ: qdnd.vn.

ນັບແຕ່ເມື່ອພະຍາດໂຄວິດ-19 ເລີ່ມແຜ່ລະບາດໃນຕົ້ນປີ 2020, ດ້ວຍທ່າແຮງແມ່ນວິສາຫະກິດເຕັກໂນໂລຢີ, Viettel ໄດ້ໜູນຊ່ວຍຫຼາຍມາດຕະການສໍາຄັນໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ລະອຽດ, Viettel ໄດ້ກໍ່ສ້າງລະບົບກວດ, ປິ່ນປົວພະຍາດທາງໄກ Telehealth ເຖິງ 1.300 ຮາກຖານການແພດໃນທົ່ວປະເທດ, ຜັນຂະຫຍາຍ 700 ຈຸດເຊື່ອມຕໍ່ຢູ່ໂຮງໝໍທີ່ປິ່ນປົວຜູ້ຕິດເຊື້ອໂຄວິດ-19. ນອກຈາກນີ້, Viettel ຍັງໄດ້ກໍ່ສ້າງ Portal ແລະ app “ສຸຂະພາບ ຫວຽດນາມ”, ໃບແຈ້ງສຸຂະພາບ, ໜັງສືຜ່ານແດນວັກຊິນໂຄວິດ-19 ໃນທົ່ວປະເທດ... ພິເສດ, ພຽງແຕ່ 2 ອາທິດ, Viettel ໄດ້ຕິດຕັ້ງກ້ອງວົງຈອນປິດຢູ່ສູນຈໍາກັດບໍລິເວນທາງແຂວງພາກເໜືອເກືອບ 4.000 ໜ່ວຍ.

ທ່ານພົນຈັດຕະວາ ເລດັງຢຸ້ງ, ຮັກສາການປະທານທັງເປັນຜູ້ອໍານວຍການກຸ່ມບໍລິສັດ Viettel ໃຫ້ຮູ້ວ່າ: “ໂດຍແມ່ນວິສາຫະກິດຫຼັກແຫຼ່ງຂອງປະເທດ, Viettel ໃຫ້ຄໍາໝັ້ນສັນຍາວ່າ ຈະປະກອບບັນດາມາດຕະການເຕັກໂນໂລຢີ, ທັງນໍາໜ້າໃນການປະກອບສ່ວນດ້ານການເງິນ, ຕັດສິນໃຈພ້ອມກັບທົ່ວປະເທດຕ້ານພະຍາດໂຄວິດ-19”.

ໂດຍ: ໄຊຊະນະ