ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026 ຢູ່ ຫວຽດນາມ ໄດ້ດໍາເນີນວັນທີ 23 ພຶດສະພາ ແມ່ນກາລະໂອກາດເພື່ອໃຫ້ປະຊາຊົນຫວຽດນາມ ສະແດງທັດສະນະຕໍ່ບັນຫາສໍາຄັນຄືບຸກຄະລາກອນໃນຄະນະການນໍາປະເທດ ແລະບູລະນະທົ່ວກົງຈັກອໍານາດການປົກຄອງທ້ອງຖິ່ນ. ນີ້ແມ່ນຄວາມຮັບຮູ້ຂອງທ່ານ ສຈ Carl Thayer ສັງກັດມະຫາວິທະຍາໄລ New South Wales ຂອງອົດສະຕາລີ.

leftcenterrightdel
ຜູ້ມີສິດເລືອກຕັ້ງພໍ່ແມ່ປະຊາຊົນຊົນໄທ, ມົ້ງ, ເຂີມູ, ດານລາຍຢູ່ 207 ເຂດປ່ອນບັດສັງກັດບັນດາຕາແສງເຂດພູສູງ, ຊາຍແດນຂອງ 4 ເມືອງ: ກີ່ເຊີນ, ເຕືອງເຢືອງ, ເກວຝອງ ແລະກອນກວາງ (ແຂວງເງະອານ) ເຂົ້າຮ່ວມການປ່ອນບັດເລືອກຕັ້ງ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານ Carl Thayer ແລ້ວ, ໃນການເລືອກຕັ້ງປີນີ້, ຜູ້ມີສິດເລືອກຕັ້ງກວ່າຈຳນວນ 69 ລ້ານຄົນທີ່ມີເງື່ອນໄຂຄົບຖ້ວນໃນການໄປປ່ອນບັດ. ຜູ້ມີສິດເລືອກຕັ້ງທັງໝົດໄດ້ຕີລາຄາຢ່າງລະອຽດເພື່ອຮັບປະກັນມາດຕະຖານທີ່ຄົບຖ້ວນ. ບັນຊີລາຍຊື່ຜູ້ອອກສະໝັກເລືອກຕັ້ງຄົບມາດຕະຖານກໍ່ສະແດງໃຫ້ເຫັນຄວາມເປັນຫຼາຍຮູບຫຼາຍແບບກ່ຽວກັບພາກສ່ວນຕ່າງໆ. ອັດຕາສ່ວນຜູ້ອອກສະໝັກເລືອກຕັ້ງທີ່ເປັນເພດຍິງ ແລະເປັນຊົນເຜົ່າສ່ວນໜ້ອຍແມ່ນຢູ່ລະດັບສູງ, ດ້ວຍອັດຕາ 45% ຂອງຜູ້ອອກສະໝັກເລືອກຕັ້ງແມ່ນເພດຍິງ, ເຊິ່ງແມ່ນອັດຕາສູງເມື່ອທຽບໃສ່ມາດຕະຖານຂອງໂລກ, ແລະ 21% ແມ່ນຄົນຊົນເຜົ່າສ່ວນໜ້ອຍ…

ທ່ານ ສຈ Carl Thayer ເນັ້ນໜັກເຖິງຄາດໝາຍເສດຖະກິດ-ສັງຄົມ ໃນຕໍ່ໜ້າ ແລະຍາວນານຂອງຫວຽດນາມ ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຮັບຮອງເອົາ. ສະພາແຫ່ງຊາດຫວຽດນາມ ຊຸດໃໝ່ມີຄວາມຮັບຜິດຊອບກໍ່ສ້າງໂຄງການເຄື່ອນໄຫວ ແລະສ້າງແຜນຮ່າງງົບປະມານໃຫ້ປີຕໍ່ໄປ ແລະຢູ່ກອງປະຊຸມສະໄໝສາມັນແຕ່ລະຄັ້ງກໍ່ຈະປັບປຸງກົດໝາຍ ຫຼື ຮັບຮອງເອົາກົດໝາຍສະບັບໃໝ່ເພື່ອບັນລຸຕາມຄາດໝາຍທີ່ໄດ້ວາງອອກ.

ໂດຍ: ດັ້ງເກື່ອງ