ເລື່ອງຈົດທະບຽນຜະລິດຕະພັນປະດິດຄິດສ້າງແມ່ນສິ່ງຈໍາເປັນ

ນັກຂ່າວ: ໂດຍແມ່ນກົມກອງທີ່ມີຊັບສິນທາງປັນຍາໄດ້ຮັບການປົກປ້ອງລິຂະສິດຫຼາຍທີ່ສຸດ, ແນ່ນອນວ່າ VHT ມີຫຼາຍເຄັດລັບ. ທ່ານສາມາດໃຫ້ຮູ້ບັນດາເຄັດລັບນີ້ໄດ້ບໍ?

ທ່ານ ຫງວຽນເກືອງຮວ່າງ: ນີ້ແມ່ນຜົນແຫ່ງການກະກຽມມາເປັນເວລາ 10 ປີກ່ຽວກັບມະນຸດ, ເຕັກໂນໂລຢີ, ພື້ນຖານໂຄງລ່າງ... ພວກຂ້າພະເຈົ້າພັດທະນາໂດຍອີງໃສ່ (VTOPIC) - ແມ່ນກໍານົດທິດໂດຍພື້ນຖານໃນການຄົ້ນຄວ້າ ເຊິ່ງກຸ່ມບໍລິສັດໄດ້ຊາບຊຶມ, ພົ້ນເດັ່ນແມ່ນບັນດາປັດໄຈເຕັກໂນໂລຢີ, ໂຄງລ່າງ, ມະນຸດ ແລະຄວາມເປີດອົກເປີດໃຈ.

ກ່ຽວກັບໂຄງລ່າງ, ໃນກວ່າ 10 ປີຜ່ານມາ, ກຸ່ມບໍລິສັດໄດ້ລົງທຶນນັບຮ້ອຍຕື້ດົ່ງໃຫ້ໂຄງລ່າງຄົ້ນຄວ້າ ລວມມີ: ບັນດາ lab, ເຄື່ອງມື, ຊອບແວຈໍາລອງ. ມາຮອດປັດຈຸບັນ, ອາດສາມາດຢັ້ງຢືນວ່າ ພວກຂ້າພະເຈົ້າມີລະບົບ lab ໃຫຍ່ທີ່ສຸດຢູ່ຫວຽດນາມ ແລະພາກພື້ນອາຊີຕາເວັນອອກສ່ຽງໃຕ້.

leftcenterrightdel
ທ່ານ ຫງວຽນເກືອງຮວ່າງ, ຮອງຜູ້ອໍານວຍການໃຫຍ່ບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ  Viettel (VHT). ພາບ: qdnd.vn

ປັດໄຈສໍາຄັນທີ່ສຸດແມ່ນມະນຸດ. VHT ມີຖັນແຖວວິສະວະກອນທີ່ມີຄວາມເກັ່ງກ້າສາມາດທັງຢູ່ພາຍໃນປະເທດ ແລະນັກຊ່ຽວຊານສາກົນ. ພວກຂ້າພະເຈົ້າກໍ່ກໍານົດຕ້ອງເປີດອົກເປີດໃຈ, ພ້ອມແລ້ວທີ່ຈະຮ່ວມມືກັບສາກົນ, ຖ່າຍທອດເຕັກໂນໂລຢີ. ບັນດາປັດໄຈດັ່ງກ່າວປະກອບສ່ວນສ້າງເປັນພື້ນຖານໃຫ້ຂະແໜງຄົ້ນຄວ້າຜະລິດ, ຄົ້ນຄວ້າພັດທະນາຂອງ Viettel ເວົ້າລວມ ແລະ VHT ເວົ້າສະເພາະ.

ຮອດປີ 2017, ພວກຂ້າພະເຈົ້າເລີ່ມຕົ້ນເປັນເຈົ້າຂອງບັນດາເຕັກໂນໂລຢີຫຼັກ, ຈາກເຕັກໂນໂລຢີຫຼັກຈະນໍາເຂົ້າບັນດາຜະລິດຕະພັນ. ມາຮອດປັດຈຸບັນ, VHT ມີຊັບສິນທາງປັນຍາໄດ້ຮັບການປົກປ້ອງຢູ່ພາຍໃນປະເທດ 54 ຢ່າງ, ຢູ່ອາເມລິກາ, ພວກຂ້າພະເຈົ້າມີຊັບສິນທາງປັນຍາໄດ້ຮັບການປົກປ້ອງ 4 ຢ່າງ  ເຊິ່ງລ້ວນແຕ່ແມ່ນຜະລິດຕະພັນປະດິດຄິດສ້າງ.

ນັກຂ່າວ: ເປັນຫຍັງການປົກປ້ອງຊັບສິນທາງປັນຍາພັດມີຄວາມສໍາຄັນຄືແນວນັ້ນສໍາລັບ VHT ?

ທ່ານ ຫງວຽນເກືອງຮວ່າງ: ບໍລິສັດໃດ, ອົງການຈັດຕັ້ງໃດຢາກພັດທະນາເຕັກໂນໂລຢີສະເພາະ ແລະຜະລິດຕະພັນທີ່ມີທ່າໄດ້ປຽບແກ່ງແຍ້ງກໍ່ຕ້ອງເອົາໃຈໃສ່ເຖິງບັນຫາດັ່ງກ່າວແຕ່ຫົວທີ.  ຖ້າຫາກປະໃຫ້ຄູ່ແຂ່ງ copy ແລະຈົດທະບຽນຊັບສິນທາງປັນຍາກ່ອນ, ຖືວ່າພວກເຮົາທັງຖືກເສຍເຕັກໂນໂລຢີ, ເສຍທ່າໄດ້ປຽບແກ່ງແຍ້ງ. ພວກຂ້າພະເຈົ້າກໍານົດຢ່າງຈະແຈ້ງວ່າ ຖ້າຢາກຄົງຕົວຢູ່ຕະຫຼາດເຕັກໂນໂລຢີສູງແມ່ນຕ້ອງມີຊັບສິນທາງປັນຍາ.

ນອກຈາກນັ້ນ, ນີ້ກໍ່ແມ່ນຮູບການເພື່ອສົ່ງເສີມພະນັກງານ, ພາລະກອນເຮັດຈັ່ງໃດເພື່ອຫັນບັນດາເຕັກໂນໂລຢີຫຼັກເປັນຊັບສິນທາງປັນຍາເພື່ອຈົດທະບຽບຢູ່ພາຍໃນປະເທດ ແລະສາກົນ.

ຢັ້ງຢືນແມ່ນບໍລິສັດປ້ອງກັນຊາດເຕັກໂນໂລຢີສູງ

ນັກຂ່າວ: ບັນດາຊັບສິນທາງປັນຍາໄດ້ນໍາມາເຊິ່ງທ່າໄດ້ປຽບຄືແນວໃດໃຫ້ແກ່ VHT?

ທ່ານ ຫງວຽນເກືອງຮວ່າງ: ພວກຂ້າພະເຈົ້າມີບັນດາຜະລິດຕະພັນທັນສະໄໝທີ່ສຸດ ຄື: ເຄື່ອງສ່ືສານລຸ້ນໃໝ່ (cognitive radio); ຣາດາລຸ້ນ 3D ທັນສະໄໝທີ່ສຸດໃນປັດຈຸບັນ; ບັນດາລະບົບບັນຊາທີ່ໝູນໃຊ້ປັນຍາປະດິດ. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ບັນດາຜະລິດຕະພັນດັ່ງກ່າວສາມາດແກ່ງແຍ້ງກັບປະເທດຕ່າງໆໄດ້.

leftcenterrightdel
ການເຄື່ອນໄຫວຄົ້ນຄວ້າ, ຜະລິດຢູ່ Viettel ໄດ້ໝູນໃຊ້ຊັບສິນທາງປັນຍາຫຼາຍຢ່າງ. ພາບ: qdnd.vn

ນັກຂ່າວ: VHT ວາງເປົ້າໝາຍຄືແນວໃດກ່ຽວກັບປະລິມານຊັບສິນທາງປັນຍາທີ່ຈົດທະບຽນປົກປ້ອງ?

ທ່ານ ຫງວຽນເກືອງຮວ່າງ: ເນື້ອແທ້ຂອງຊັບສິນທາງປັນຍາແມ່ນວິວັດການສະສົມ. ຈໍານວນຊັບສິນທາງປັນຍາທີ່ໄດ້ຮັບໃບຢັ້ງຢືນສ່ອງແສງກໍາລັງແຮງຂອງບໍລິສັດເຕັກໂນໂລຢີ. VHT ແລະ Viettel ພວມຢູ່ໃນວິວັດການສະສົມນັ້ນ. ແຕ່ລະປີ, ພວກຂ້າພະເຈົ້າວາງເປົ້າໝາຍມີຊັບສິນທາງປັນຍາໃໝ່ແຕ່ 50-100 ຢ່າງ ໄດ້ຈົດທະບຽນຢູ່ພາຍໃນປະເທດ ແລະສາກົນ. ມາຮອດປັດຈຸບັນ, ພວກຂ້າພະເຈົ້າກຳລັງຈົດທະບຽນຊັບສິນທາງປັນຍາ 245 ຢ່າງຢູ່ພາຍໃນປະເທດ  ແລະຖ້າຫາກມີຕື່ມ 50 ຢ່າງແມ່ນຈະມີຊັບສິນທາງປັນຍາທັງໝົດ 300 ຢ່າງ. ຢູ່ຕ່າງປະເທດ, ລະອຽດແມ່ນຢູ່ອາເມລິກາ, ພວກຂ້າພະເຈົ້າວາງເປົ້າໝາຍເພີ່ມຈາກ 27 ຢ່າງຂຶ້ນເປັນ 35-40 ຢ່າງໃນປີນີ້.

ໂດຍ: ທູຈາງ