ເພື່ອປະຕິບັດການທົດລອງບໍລິການ Mobile Money ຢ່າງມີປະສິດທິຜົນ ຄວນມີການກຽມພ້ອມກ່ຽວກັບໂຄງລ່າງດ້ານເຕັກນິກ, ເຕັກໂນໂລຢີ, ຊັບພະຍາກອນມະນຸດ, ການເງິນ ແລະການຮັກສາຄວາມລັບ.

ພ້ອມແລ້ວທີ່ຈະຜັນຂະຫຍາຍການທົດລອງບໍລິການ Mobile Money

ບໍລິການ Mobile Money ຊ່ວຍໃຫ້ປະຊາຊົນ, ພິເສດແມ່ນຢູ່ເຂດຫ່າງໄກສອກຫຼີກມີແບບວິທີຊໍາລະໂດຍບໍ່ນໍາໃຊ້ເງິນສົດຕື່ມອີກ. ເມື່ອແບ່ງປັນກ່ຽວກັບການກະກຽມຜັນຂະຫຍາຍບໍລິການ Mobile Money ຂອງ Viettel, ທ່ານພັນຕີ ເຈືອງກວາງວຽດ, ຮອງຜູ້ອໍານວຍການບໍລິສັດໃຫຍ່ບໍລິການດີຈີຕອນ Viettel ໃຫ້ຮູ້ວ່າ: “Viettel ໄດ້ຜັນຂະຫຍາຍທົດລອງບໍລິການ Mobile Money ສໍາເລັດຜົນໃຫ້ແກ່ 40.000 ລູກຄ້າ ແລະພ້ອມແລ້ວທີ່ຈະສະໜອງບໍລິການໃຫ້ 100% ລູກຄ້າຂອງ Viettel. ເປັນອັນວ່າ, ເມື່ອອົງການກ່ຽວຂ້ອງອະນຸມັດຜ່ານ, ບ່ອນດໍາເນີນທຸລະກໍາທຸກແຫ່ງຂອງ Viettel ລ້ວນແຕ່ມີຄວາມເຂົ້າໃຈກ່ຽວກັບບໍລິການ Mobile Money ເພື່ອໜູນຊ່ວຍລູກຄ້າ. ຄຽງຂ້າງນັ້ນ, Viettel ກໍ່ກະກຽມລະບົບເບິ່ງແຍງດູແລລູກຄ້າທີ່ເຄື່ອນໄຫວຕະຫຼອດເວລາ 24/7 ເພື່ອໃຫ້ຄໍາປຶກສາ ແລະຕອບຄໍາຖາມຂອງລູກຄ້າ”.

leftcenterrightdel
ການຊໍາລະໂດຍບໍ່ນໍາໃຊ້ເງິນສົດຜ່ານແອັບພຼີເຄຊັນ ViettelPay ຂອງ Viettel. ພາບ: qdnd.vn.

ທ່ານ ເຈິ່ນຢຸຍຫາຍ, ຮອງຫົວໜ້າກົມໂທລະຄົມມະນາຄົມ (ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ) ຖືວ່າ: “ຍ້ອນໝູນໃຊ້ໂຄງລ່າງເຄືອຂ່າຍໂທລະຄົມມະນາຄົມ ແລະບ່ອນດໍາເນີນທຸລະກໍາໃນທົ່ວປະເທດ, ວິສາຫະກິດໂທລະຄົມມະນາຄົມມີທ່າໄດ້ປຽບຫຼາຍຢ່າງເມື່ອຜັນຂະຫຍາຍການບໍລິການດັ່ງກ່າວ. ເຖິງຢ່າງໃດກໍ່ຕາມ, ວິວັດການຜັນຂະຫຍາຍປະສົບກັບຄວາມຫຍຸ້ງຍາກ, ຄື: ການປ່ຽນແປງຄວາມຊິນເຄີຍຂອງລູກຄ້າ ຫຼື ວິສາຫະກິດໂທລະຄົມມະນາຄົມໃນເມື່ອກ່ອນພຽງແຕ່ຜັນຂະຫຍາຍກະເປົ໋າເອເລັກໂຕນິກ, ໃນປັດຈຸບັນເຄືອຂ່າຍຈະເປີດກວ້າງກວ່າ ແລະຜັນຂະຫຍາຍເຖິງເຂດຫ່າງໄກສອກຫຼີກ, ຄຽງຂ້າງກັນນັ້ນແມ່ນຄວາມຮຽກຮ້ອງຕ້ອງປ້ອງກັນຕ້ານຄວາມສ່ຽງ, ຮັບປະກັນຄວາມປອດໄພສຳລັບເງິນໃນບັນຊີ, ຕ້ານການຟອກເງິນ...”.

ການຮັກສາຄວາມລັບຕ້ອງມາຈາກສອງຝ່າຍ

ແມ່ນການເຄື່ອນໄຫວຊໍາລະໂດຍບໍ່ນໍາໃຊ້ເງິນສົດ, ສະນັ້ນ, ໜຶ່ງໃນບັນດາຄວາມເອົາໃຈໃສ່ທີ່ສຸດຂອງລູກຄ້າເມື່ອນໍາໃຊ້ບໍລິການ  Mobile Money ແມ່ນຄວາມລັບ ແລະຄວາມປອດໄພດ້ານຂໍ້ມູນ. ທ່ານ ເຈິ່ນຢຸຍຫາຍ ຮອງຫົວໜ້າກົມໂທລະຄົມມະນາຄົມ ໃຫ້ຮູ້ວ່າ ໃນຂໍ້ຕົກລົງອະນຸຍາດໃຫ້ປະຕິບັດການທົດລອງບໍລິການຂອງນາຍົກລັດຖະມົນຕີ ຊີ້້ແຈ້ງວ່າ, ວິສາຫະກິດປະຕິບັດການທົດລອງຕ້ອງມີລະບົບຕອບສະໜອງຄວາມຮຽກຮ້ອງຕ້ອງການຮັບປະກັນຄວາມປອດໄພໃຫ້ລະບົບຂໍ້ມູນລະດັບທີ 3 ຕາມຂໍ້ກໍານົດຂອງກົດໝາຍໃນປັດຈຸບັນ. ນອກຈາກນັ້ນ, ຕ້ອງມີລະບົບຮັກສາປະຫວັດການເຄື່ອນໄຫວທຸລະກໍາຜ່ານ Mobile Money;  ພ້ອມທັງຕ້ອງມີເອກະສານສຳຮອງຮັກສາບັນດາຂໍ້ມູນເຫຼົ່ານັ້ນ ເພື່ອແນໃສ່ຮັບໃຊ້ວຽກງານສືບສວນສອບສວນ, ກວດກາ ແລະສະໜອງຂໍ້ມູນເມື່ອມີຄວາມຮຽກຮ້ອງຕ້ອງການຈາກອົງການຄຸ້ມຄອງລັດ.

ສ່ວນທ່ານພັນຕີ ເຈືອງກວາງວຽດ ໃຫ້ຮູ້ວ່າ Viettel ມີປະສົບການໃນການຜັນຂະຫຍາຍບໍລິການໂທລະຄົມມະນາຄົມໃຫ້ 70 ລ້ານລູກຄ້າ. ແອັບພຼີເຄຊັນ ViettelPay ແມ່ນໂຄງລ່າງເພື່ອໃຫ້  Viettel ຜັນຂະຫຍາຍບໍລິການ Mobile Money. ViettelPay ໄດ້ຮັບປະກັນຂໍ້ກໍານົດທີ່ກ່ຽວຂ້ອງເຖິງຄວາມລັບທີ່ຕອບສະໜອງໄດ້ມາດຕະຖານຂອງໂລກ. ຄຽງຂ້າງນັ້ນ, Viettel ມີບໍລິສັດຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດເພື່ອປົກປ້ອງລູກຄ້າຕໍ່ໜ້າການໂຈມຕີເຂົ້າລະບົບ ຫຼື ການຂີ້ລັກບັນຊີ. ທ່ານພັນຕີ ເຈືອງກວາງວຽດ ໃຫ້ຮູ້ຕື່ມອີກວ່າ Viettel ຍັງໝູນໃຊ້ເຕັກໂນໂລຢີຖານຂໍ້ມູນໃຫຍ່ ແລະພູມປັນຍາທຽມເພື່ອຮັບປະກັນພົບເຫັນທຸກໆທຸລະກໍາຜິດປົກກະຕິ.

ຕໍ່ໜ້າຄວາມເປັນຫ່ວງຂອງລູກຄ້າເມື່ອບໍລິການ Mobile Money ພຽງແຕ່ໂອນເງິນຢູ່ພາຍໃນບໍລິສັດສະໜອງດ່ຽວ, ທ່ານ ເຈິ່ນຢຸຍຫາຍ ໃຫ້ຮູ້ວ່າ: “ບັນຊີ Mobile Money ພຽງສາມາດຊໍາລະດ້ວຍບັນດາບັນຊີພາຍໃນຂອງບໍລິສັດໂທລະຄົມມະນາຄົມທີ່ໄດ້ຈົດທະບຽນແລ້ວ, ຍັງບໍ່ທັນມີການເຊື່ອມຕໍ່ລະຫວ່າງບັນດາບໍລິສັດໂທລະຄົມມະນາຄົມ ເພື່ອຊ່ວຍຈໍາກັດຄວາມສ່ຽງທີ່ເກີດຂຶ້ນໃນວິວັດການທົດລອງ. ພາຍຫຼັງໄລຍະປະຕິບັດບັນດາມາດຕະການເຕັກນິກພ້ອມກັບການຕີລາຄາຜົນຂອງວິວັດການຜັນຂະຫຍາຍທົດລອງ, ການເຊື່ອມຕໍ່ບໍລິການລະຫວ່າງບັນດາບໍລິສັດໂທລະຄົມມະນາຄົມ ອາດຈະໄດ້ຮັບການສະເໜີ”.

ໂດຍ: ທູຈາງ