leftcenterrightdel
ນໍາເຂົ້າໃຊ້ງານລະບົບສູນຂໍ້ມູນໃຫຍ່ທີ່ສຸດຢູ່ຫວຽດນາມ. ພາບ: qdnd.vn.

ລະບົບໂດຍ Viettel ລົງທຶນມີປະສິດທິຜົນໃນການຄິດໄລ່ແຖວໜ້າຢູ່ຫວຽດນາມ, ບັນລຸ 20 PetaFlops (20 ລ້ານຕື້ການຄິດໄລ່ຕໍ່ວິນາທີ), ເຊິ່ງຊ່ວຍຫຼຸດຜ່ອນເວລາການຝຶກແອບເຄື່ອງຈັກຮຽນລົງນັບຫຼາຍສິບເທົ່າ. ຍ້ອນເຫດນັ້ນ, ສູນເຄືອຂ່າຍອິນເຕີແນັດ Viettel ຈຶ່ງສາມາດຝຶກແອບໄປພ້ອມກັບຫຼາຍຮູບແບບດ້ວຍລະດັບສັບສົນສູງ.

ທ່ານ ຫງວຽນດິ່ງຈ໊ຽນ, ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ຕີລາຄາວ່າ: “Viettel ຕັດສິນໃຈລົງທຶນໃສ່ພູມປັນຍາປະດິດ ເຊິ່ງແມ່ນຂົງເຂດສໍາຄັນເພື່ອປະຕິບັດພາລະກໍານໍາໜ້າ, ເປັນຫຼັກແຫຼ່ງໃນການສ້າງສັງຄົມດີຈີຕອນ. ການລົງທຶນດັ່ງກ່າວຊ່ວຍໃຫ້  Viettel ປະດິດສ້າງຢ່າງສະດວກສະບາຍ, ດຶງດູດບັນດານັກຊ່ຽວຊານແຖວໜ້າກ່ຽວກັບ AI, ພ້ອມແລ້ວທີ່ຈະຮັບໜ້າທີ່ໃຫຍ່ຂອງປະເທດກ່ຽວກັບ AI”.

ໂດຍ: ທູຈາງ