ຕາມນັ້ນແລ້ວ, ລູກຄ້ານໍາໃຊ້ໂທລະສັບ 5ຈີ ສາມາດນໍາໃຊ້ບໍລິການ 5ຈີ ໂດຍທັນທີ ຫາກບໍ່ຕ້ອງຍົກລະດັບຊິມ. ນອກຈາກເທື່ອທຽນ-ເຫວ້ ແລ້ວ ໃນໄລຍະຈະມາເຖິງ, Viettel ຄາດຄະເນຈະເປີດນໍາໃຊ້ເຄືອຂ່າຍອິນເຕີແນັດ 5ຈີ ຢູ່ທ້ອງຖ່ິນອື່ນອີກ, ຍົກຈໍານວນແຂວງມີສັນຍານ 5ຈີ Viettel ຂຶ້ນ 15 ແຂວງ, ນະຄອນ. ໃນໄລຍະທົດລອງ, ຄົນນໍາໃຊ້ບໍ່ໄດ້ເສຍຄ່າ data.

leftcenterrightdel
ບັນດາຜູ້ແທນກົດປຸ່ມເປີດນໍາໃຊ້ເຄືອຂ່າຍອິນເຕີແນັດ 5ຈີ Viettel ຢູ່ນະຄອນເທື່ອທຽນ-ເຫວ້. ພາບ: qdnd.vn.

ປະຈຸບັນ, Viettel ໄດ້ສ້າງພື້ນຖານໂຄງລ່າງເຄືອຂ່າຍໂທລະຄົມມະນາຄົມເຄື່ອນທີ່ 4ຈີ ດ້ວຍຄຸນນະພາບສູງ, ສົ່ງສັນຍານເຖິງ 95% ພົນລະເຮືອນຫວຽດນາມ ພ້ອມທັງນໍາໜ້າໃນການສະໜອງບໍລິການ 5ຈີ ໄວທີ່ສຸດ, ຄຽງຄູ່ກັບບັນດາປະເທດກ້າວໜ້າໃນໂລກ.

ກ່ອນໜ້ານັ້ນ, ຄະນະກໍາມະການປະຊາຊົນແຂວງເທື່ອທຽນ-ເຫວ້ ໄດ້ຈັດຕັ້ງພິທີໄຂສັບປະດາຫັນປ່ຽນດີຈີຕອນ-ເຫວ້ 2021. ນີ້ແມ່ນລະບົບບັນດາເຫດການ, ການເຄື່ອນໄຫວຂອງແຂວງເທື່ອທຽນ-ເຫວ້ ປະກອບສ່ວນຊຸກຍູ້, ສົ່ງເສີມ, ຮ່ວມມື, ລົງທຶນບັນດາຂະແໜງ, ບັນດາຂົງເຂດສ້າງກໍາລັງໜູນພັດທະນາດ້ານເສດຖະກິດ-ສັງຄົມຂອງແຂວງເວົ້າສະເພາະ ແລະພື້ນຖານເສດຖະກິດພາກພື້ນ, ທົ່ວປະເທດເວົ້າລວມ. ສັບປະດາຫັນປ່ຽນດີຈີຕອນ-ເຫວ້ 2021 ດໍາເນີນແຕ່ວັນທີ 27 ຮອດວັນທີ 30 ເມສາ.

ໂດຍ: ເກື່ອງດັ້ງ