ແກ້ໄຂສິ່ງທີ່ຍັງຕິດຂັດຂອງລະບົບຢ່າງສິ້ນເຊີງ

ແຕ່ທ້າຍປີ 2020, VDTC ໄດ້ນໍາໃຊ້ລະບົບ ETC ຢູ່ 35 ສະຖານີເກັບຄ່າທາງບົກໃນທົ່ວປະເທດ, ປະກອບສ່ວນສໍາເລັດເປົ້າໝາຍຕາມຄວາມຮຽກຮ້ອງຂອງນາຍົກລັດຖະມົນຕີ. ພາຍຫຼັງເຄື່ອນໄຫວຢ່າງເປັນທາງການເປັນເວລາກວ່າ 4 ເດືອນ, ໄດ້ມີ 520.000 ພາຫະນະຕິດບັດ ePass ເພື່ອນໍາໃຊ້ບໍລິການຂອງ VDTC. ການເພີ່ມຈໍານວນພາຫະນະນໍາໃຊ້ ETC ແມ່ນປັດໄຈສໍາຄັນທີ່ສຸດໃນການຊຸກຍູ້ວິວັດການຫັນປ່ຽນດີຈີຕອນໃນຂະແໜງຄົມມະນາຄົມຂົນສົ່ງ. ທ່ານ ບຸ່ຍຈີ່ງ ຜູ້ອໍານວຍການໃຫຍ່ VDTC ແບ່ງປັນວ່າ ໂດຍແມ່ນສະມາຊິກຂອງກຸ່ມບໍລິສັດ Viettel, VDTC ໄດ້ເຂົ້າຮ່ວມໂຄງການ BOO2 ດ້ວຍຈິດໃຈເຮັດວຽກຂອງທະຫານ, ຂ້ຽວຂາດ, ຮີບດ່ວນ, ມີປະສິດທິຜົນ, ມານະພະຍາຍາມຍູ້ໄວຄວາມຄືບໜ້າ, ມີບາງແຫ່ງຄືສະຖານີເກັບຄ່າທາງຕາມເສັ້ນທາງທ໊າຍຫງວຽນ-ເຈິ້ເໝີ໊ຍ (ບັ໊ກກ້ານ), ຫາກໍ່ລົງນາມສັນຍາສະໜອງບໍລິການ ETC ໃນວັນທີ 18 ທັນວາ 2020 ແຕ່ຮອດວັນທີ 21 ທັນວາ 2020 ໄດ້ສໍາເລັດແລ້ວ, ກ່ອນໜ້ານັ້ນ, ວຽກງານກະກຽມໄດ້ຮັບການດໍາເນີນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຢ່າງສົມບຸນ.

leftcenterrightdel
ສະຖານີ BOT ຂົວແບັ້ກດັ່ງ (ແຂວງກວ໋າງນິງ) ນໍາໃຊ້ບໍລິການເກັບຄ່າທາງແບບອັດຕະໂນມັດ ໂດຍ VDTC ສະໜອງ. ພາບ: ເຮືອງຫງວຽນ.

ການນໍາ VDTC ໃຫ້ຮູ້ວ່າ ບັນດາສະຖານີເກັບຄ່າທາງຕິດຕັ້ງ ETC ໂດຍບໍລິສັດຜັນຂະຫຍາຍລ້ວນແຕ່ລື່ນກາຍດັດຊະນີເຕັກນິກຕາມຄວາມຮຽກຮ້ອງທີ່ໄດ້ວາງອອກ. ຕົວຢ່າງຄືອັດຕາຮັບຮູ້ປ້າຍທະບຽນຕາມຄວາມຮຽກຮ້ອງແມ່ນ 91% ຈໍານວນພາຫະນະໄປຜ່ານສະຖານີ, VDTC ບັນລຸໄດ້ກວ່າ 99%; ອັດຕາການອ່ານບັດແມ່ນ 98%, VDTC ບັນລຸເກືອບ 100%. ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ, ລະບົບໂດຍ VDTC ຜັນຂະຫຍາຍໄດ້ເຄື່ອນໄຫວເປັນປົກກະຕິເທື່ອລະກ້າວ, ຮັບປະກັນຄວາມໄວ້ເນື້ອເຊື່ອໃຈ ແລະດັດຊະນີເຕັກນິກທີ່ໄດ້ວາງອອກ.

ເພື່ອໜູນຊ່ວຍລູກຄ້າຢ່າງສຸດຂີດ, VDTC ໄດ້ຈັດພາລະກອນລົງເຄື່ອນໄຫວຢູ່ບາງສະຖານີ. VDTC ຍັງກໍ່ສ້າງບັນດາຊ໊ອບແວເພື່ອເພີ່ມທະວີການເຊື່ອມຕໍ່ກັບສະຖານີເກັບຄ່າທາງສັງກັດ BOO1, ໃນນັ້ນ ມີການກວດກາບັນຊີ, ຫັກເງິນ (offline) ໃຫ້ລົດນໍາໃຊ້ E-wallets Viettel Pay, ແກ້ໄຂເຫດທີ່ເກີດຂຶ້ນຢູ່ບັນດາສະຖານີຂອງ BOO1 ຄືບໍ່ຮັບຮູ້ໄດ້ສ່ວນເຫຼືອຂອງບັນຊີ Viettel Pay. ໃນຂັ້ນຕອນແຫ່ງການເຄື່ອນໄຫວບໍ່ສາມາດຫຼີກເວັ້ນເຫດທີ່ເກີດຂຶ້ນໃນສະພາບຕົວຈິງໄດ້, ຮຽກຮ້ອງລະບົບຂອງບໍລິສັດສະໜອງບໍລິການທັງສອງສືບຕໍ່ປັບປຸງໃຫ້ສໍາເລັດ, ມຸ່ງໄປເຖິງສ້າງຄວາມສະດວກທີ່ສຸດໃຫ້ແກ່ຜູ້ເຂົ້າຮ່ວມການຄົມມະນາຄົມ.

ຍົກສູງຄວາມຮັບຜິດຊອບຂອງບັນດາພາກສ່ວນ ແລະບົດບາດຄຸ້ມຄອງລັດ

ທາດແທ້ຂອງລະບົບ ETC ແມ່ນນໍາໃຊ້ມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມເຂົ້າໃນຂົງເຂດການຄົມມະນາຄົມທາງບົກ. ສະນັ້ນ, ເພື່ອຮັບປະກັນໃຫ້ການເຄື່ອນໄຫວເປັນປົກກະຕິ, ມີຄວາມໄວ້ເນື້ອເຊື່ອໃຈ, ສະດວກດີ, ລະບົບນີ້ຄວນໄດ້ກໍ່ສ້າງອີງໃສ່ມາດຕະຖານລະອຽດ, ຊ່ວຍຫັນອຸປະກອນເປັນຄົບຊຸດ ແລະຄວນມີລະບົບສໍາຮອງຕິດພ້ອມ, ນັບແຕ່ສາຍສົ່ງ, server (ເຊີເວີ) ເຖິງ camera, ອຸປະກອນຮັບຮູ້...

ທ່ານ ບຸ່ຍຈີ່ງ ຜູ້ອໍານວຍການໃຫຍ່ VDTC ໃຫ້ຮູ້ວ່າ ສ້າງຄວາມຊິນເຄີຍໃຫ້ຜູ້ເຂົ້າຮ່ວມການຄົມມະນາຄົມໃນການນໍາໃຊ້ລະບົບ ETC ກໍ່ແມ່ນການສ້າງລະບົບຊີວະພາບດີຈີຕອນໃນຂະແໜງຄົມມະນາຄົມ. ຈາກນັ້ນ,  ບໍ່ພຽງແຕ່ຊ່ວຍພາຫະນະຈະລາຈອນສະດວກເທົ່ານັ້ນ ຫາກຍັງຊ່ວຍອົງການຄຸ້ມຄອງລັດໃນການຕິດຕາມກວດກາ, ບໍລິຫານ ແລະສ້າງກໍາລັງໜູນເພື່ອພັດທະນາບັນດາຂະແໜງເສດຖະກິດອື່ນ, ປະກອບສ່ວນສ້າງສັງຄົມສີວິໄລ, ທັນສະໄໝ.

ໃນລະບົບ ETC ມີຫຼາຍພາກສ່ວນເຊື່ອມຕໍ່ນໍາກັນ, ໃນນັ້ນມີການເຊື່ອມຕໍ່ລະຫວ່າງບັນດາສະຖານີ BOT, ລະຫວ່າງສະຖານີ BOT ກັບບໍລິສັດສະໜອງບໍລິການ ETC ແລະລະຫວ່າງບັນດາຫົວໜ່ວຍສະໜອງບໍລິການ. ເພື່ອຮັບປະກັນລັກສະນະເຊື່ອມຕໍ່ເປັນປະຈໍາ, ຕໍ່ເນື່ອງ, ບໍ່ຖືກຂາດຕິດຂາດຕອນ, ອົງການຄຸ້ມຄອງລັດຄວນມີສູນຄວບຄຸມການເຊື່ອມຕໍ່, ຊ່ວຍຄົ້ນພົບຂໍ້ຕິດຂັດ ແລະມີມາດຕະການແກ້ໄຂຢ່າງທັນການ. ຕາມທ່ານ ຫງວຽນຫວ໊ຽດຮຸຍ ຮອງຫົວໜ້າກົມຄູ່ຮ່ວມມືພາກລັດ ແລະພາກເອກະຊົນ (ກະຊວງຄົມມະນາຄົມຂົນສົ່ງ), ບັນດາບໍລິສັດສະໜອງບໍລິການ ETC ຄວນກໍ່ສ້າງກົດລະບຽບສົມທົບກັນເພື່ອແກ້ໄຂຂໍ້ຕິດຂັດ, ນີ້ກໍ່ແມ່ນພື້ນຖານເພື່ອແກ້ໄຂຄວາມຮັບຜິດຊອບລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ. ກ່ຽວກັບອົງການຄຸ້ມຄອງລັດ, ຄວນມີຂໍ້ກຳນົດຢ່າງຈະແຈ້ງກ່ຽວກັບການຄຸ້ມຄອງການເຄື່ອນໄຫວຂອງສະຖານີເກັບຄ່າທາງແບບອັດຕະໂນມັດ. ປະຈຸບັນໄດ້ແບ່ງສາຍທາງຜ່ານສະຖານີເກັບຄ່າທາງແບບອັດຕະໂນມັດແລ້ວ ແຕ່ຍັງບໍ່ທັນປັບໄໝລົດບໍ່ຕິດບັດໄປເຂົ້າທາງສາຍນີ້ໄດ້. ການນໍາກະຊວງຄົມມະນາຄົມຂົນສົ່ງ ໃຫ້ຮູ້ວ່າ ບົນພື້ນຖານຂໍ້ຕົກລົງເລກທີ 19/2020/QĐ-TTg ຂອງນາຍົກລັດຖະມົນຕີ, ກະຊວງຄົມມະນາຄົມຂົນສົ່ງ ຈະກໍ່ສ້າງຂໍ້ກຳນົດກ່ຽວກັບການລົງທຶນ, ກໍ່ສ້າງ, ຄຸ້ມຄອງ, ການນຳໃຊ້ ແລະຂຸດຄົ້ນສະຖານີເກັບຄ່າທາງແບບອັດຕະໂນມັດ. ນີ້ຈະແມ່ນຂອບກົດໝາຍສໍາຄັນເພື່ອຜັນຂະຫຍາຍການເກັບຄ່າທາງແບບອັດຕະໂນມັດໃຫ້ບັນດາເສັ້ນທາງຄວາມໄວສູງໃນຕໍ່ໜ້າ.

ໂດຍ: ເຈິ່ນຮວ່ຽນ