10 ແຂວງ, ນະຄອນ ຢູ່ຫວຽດນາມ ຄື: ຮວ່າບີ່ງ, ດ້ຽນບຽນ, ບີ່ງເຢືອງ, ຮ່າຢາງ, ຮືງອຽນ, ບັກຢາງ, ຢາລາຍ, ບັກນີງ, ກວ໋າງນີງ ແລະນະຄອນໂຮ່ຈີມິນ ໃນເວລາ 71 ມື້ຜ່ານມາບໍ່ກວດພົບກໍລະນີໃດຕິດເຊື້ອໃນວົງຄະນາຍາດ. ຮ່າໂນ້ຍ ແມ່ນ 67 ມື້, ຫາຍຟ່ອງ 61 ມື້ ແລະຫາຍເຢືອງ ແມ່ນ 31 ມື້ ບໍ່ກວດພົບຜູ້ຕິດເຊື້ອໃນວົງຄະນາຍາດ.

ໄລ່ຮອດຕອນເຊົ້າວັນທີ 25 ເມສາ, ຫວຽດນາມ ມີເກືອບ 199.000 ຄົນໄດ້ສັກວັນຊິນກັນໂຄວິດ -19.

ທ່ານ ຫງວຽນແທ່ງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ: ຍ້ອນສະພາບພະຍາດໂຄວິດ - 19 ໃນໂລກ ແລະພາກພື້ນ ພວມຜັນແປໄປຢ່າງສັບສົນ ເຮັດໃຫ້ຄວາມສ່ຽງແຜ່ລະບາດຈາກຕ່າງປະເທດເຂົ້າຫວຽດນາມ ແມ່ນສູງທີ່ສຸດ ສະນັ້ນ ກະຊວງສາທາລະນະສຸກ ພວມເປັນເຈົ້າການຊີ້ນຳຢ່າງຂ້ຽວຂາດໃຫ້ເຂດທາງທິດຕາເວັນຕົກພາກໃຕ້ ເພີ່ມທະວີການປ້ອງກັນ, ສະກັດກັ້ນໂລກລະບາດ.

ແຫຼ່ງຄັດຈາກ: vovworld.vn