ເພື່ອແນໃສ່ຊ່ວຍຊາວໜຸ່ມໃຫ້ມີຄວາມຮັບຮູ້ຢ່າງຄົບຖ້ວນກວ່າ, ເຫັນແຈ້ງຄວາມຮັບຜິດຊອບຂອງຕົນໃນການປະຕິບັດບັນດາເປົ້າໝາຍ, ໜ້າທີ່ຫັນປ່ຽນດີຈີຕອນ, ນໍາໜ້າໃນການສ້າງສັງຄົມດີຈີຕອນ, ຫວ່າງແລ້ວນີ້, ຊາວໜຸ່ມ Viettel ໄດ້ຈັດຕັ້ງການແຂ່ງຂັນ ດ້ວຍຫົວຂໍ້ “ໄວໜຸ່ມ Viettel ກັບພາລະກໍານໍາໜ້າໃນການສ້າງສັງຄົມດີຈີຕອນ”. ການແຂ່ງຂັນມີການເຂົ້າຮ່ວມຂອງ 20 ທີມທີ່ມາຈາກບັນດາກົມກອງສັງກັດກຸ່ມບໍລິສັດ, ເຊິ່ງຈັດເປັນ 2 ຮອບ: ຮອບຄັດເລືອກແມ່ນຈັດຂຶ້ນທາງອອນລາຍ ແລະຮອບຊີງຊະນະເລີດແມ່ນຈັດຂຶ້ນໂດຍກົງ.

leftcenterrightdel
ການນໍາ Viettel ມອບດອກໄມ້ ແລະສັນຍາລັກໃຫ້ຜູ້ຕາງໜ້າຄະນະຊາວໜຸ່ມກົມກອງຕ່າງໆ. ພາບ: ກວາງມ໊າວ.

ຕາມທ່ານພັນເອກພິເສດ ເກິ໊ນລອງຢາງ, ຮອງຫົວໜ້າຫ້ອງການເມືອງກຸ່ມບໍລິສັດ Viettel, ຫົວໜ້າຄະນະຈັດຕັ້ງການແຂ່ງຂັນແລ້ວ, ການແຂ່ງຂັນຄັ້ງນີ້, ແຕ່ລະທີມໄດ້ປະຕິບັດວຽກງານກະກຽມເປັນຢ່າງດີ, ນັບແຕ່ຂອດເນື້ອໃນ, ສ້າງແນວຄວາມຄິດ, ຄັດເລືອກບຸກຄະລາກອນຕະຫຼອດຮອດການລົງທຶນ, ຈັດຕັ້ງການຫັດແອບຢ່າງມີແບບມີແຜນ. ເນື້ອໃນການແຂ່ງຂັນບັນລະຍາຍເລິກເຊິ່ງ, ມີຫົວຄິດປະດິດສ້າງ, ມີຈຸດສຸມ, ສະແດງໃຫ້ເຫັນບົດບາດ, ຄວາມຮັບຜິດຊອບ, ຄວາມມຸ່ງຫວັງຂອງໄວໜຸ່ມທີ່ມີຕໍ່ພາລະກໍານໍາໜ້າໃນການສ້າງສັງຄົມດີຈີຕອນຂອງ Viettel. ຮອບຄັດເລືອກໄດ້ຈັດຂຶ້ນທາງອອນລາຍໃນລະບົບ Viettel Family, Mocha, Facebook ເຊິ່ງໄດ້ດຶງດູດຜູ້ເຂົ້າຊົມເປັນຈໍານວນຫຼວງຫຼາຍ, ມີການແຜ່ຂະຫຍາຍຢ່າງເລິກເຊິ່ງ. ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າມີປະສິດທິຜົນ, ສອດຄ່ອງກັບການໝູນໃຊ້ເຕັກໂລໂນຢີດີຈີຕອນເຂົ້າໃນການຈັດຕັ້ງການແຂ່ງຂັນ, ເຫດການຕ່າງໆຂອງກຸ່ມບໍລິສັດ ແລະບັນດາກົມກອງ.

ແລກປ່ຽນກັບພວກຂ້າພະເຈົ້າ, ສະຫາຍ ດວ່ານວັນຮ໊ຽວ, ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel, ແບ່ງປັນວ່າ: “ເມື່ອທຽບໃສ່ກັບຄັ້ງກ່ອນ, ການແຂ່ງຂັນຄັ້ງນີ້ມີບາງຈຸດໃໝ່, ຄື: ໄດ້ສົມທົບລະຫວ່າງການແຂ່ງຂັນທາງອິນເຕີແນັດ ແລະແຂ່ງຂັນໂດຍກົງ; ສົມທົບບັນດາຄວາມຮູ້ກ່ຽວກັບການຫັນປ່ຽນດີຈີຕອນກັບຄວາມຮູ້ປະຫວັດສາດ, ມູນເຊື້ອຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ... ການສົມທົບນີ້ແມ່ນສອດຄ່ອງກັບທ່າອ່ຽງຫັນປ່ຽນດີຈີຕອນຂອງກຸ່ມບໍລິສັດ, ຄຸນລັກສະນະ, ຄວາມຕ້ອງການຂອງໄວໜຸ່ມ, ທັງມີລັກສະນະສຶກສາອົບຮົມ, ທັງເປັນບ່ອນສະແດງວັດທະນະທຳທາງດ້ານຈິດໃຈທີ່ມີຄຸນປະໂຫຍດ, ຝຶກຝົນຫຼໍ່ຫຼອມທັກສະໃຫ້ແກ່ພະນັກງານ, ສະມາຊິກຊາວໜຸ່ມ, ປະຢັດເວລາ, ບໍ່ສົ່ງຜົນສະທ້ອນເຖິງໜ້າທີ່ວຽກງານຂອງກົມກອງ, ຮັບປະກັນຄວາມປອດໄພໃນສະພາບພະຍາດໂຄວິດ-19 ກັບມາແຜ່ລະບາດອີກຮອບໃໝ່”.

ຕາມການນໍາກຸ່ມບໍລິສັດ Viettel ແລ້ວ, ໃນຖັນແຖວຂອງ Viettel, ຊາວໜຸ່ມແມ່ນກໍາລັງທີ່ກວມເອົາຫຼາຍທີ່ສຸດ, ມີລະດັບຄວາມຮູ້ສູງ, ຍາມໃດກໍມີຫົວຄິດປະດິດສ້າງ, ມີຄວາມຄາດຫວັງ, ກ້າເສຍສະຫຼະເພື່ອຊອກຫາຄຸນຄ່າໃໝ່. ເພື່ອເສີມຂະຫຍາຍບົດບາດຂອງຊາວໜຸ່ມ, ຕ້ອງສ້າງກົນໄກ, ນະໂຍບາຍໃຫ້ສອດຄ່ອງ, ໃຫ້ກໍາລັງໃຈ, ພ້ອມທັງທົດສອບ, ຝຶກຝົນຫຼໍ່ຫຼອມຊາວໜຸ່ມ. ພິເສດ, ໃນພາລະກໍານໍາໜ້າ, ຫຼັກແຫຼ່ງແກ່ນສານໃນການສ້າງສັງຄົມດີຈີຕອນຂອງກຸ່ມບໍລິສັດ, ຕ້ອງເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບ, ຄວາມຕັດສິນໃຈ ແລະການປະດິດສ້າງຂອງໄວໜຸ່ມໃຫ້ຫຼາຍກວ່ານີ້ຕື່ມອີກຜ່ານບັນດານະໂຍບາຍ, ກົນໄກໃໝ່, ມີການເຄື່ອນໄຫວແທດຈິງ, ສອດຄ່ອງ, ດຶງດູດສະມາຊິກຊາວໜຸ່ມ, ໄວໜຸ່ມເຂົ້າຮ່ວມ, ສ້າງບັນຍາກາດອັນຟົດຟື້ນ, ແຜ່ຂະຫຍາຍຢ່າງທົ່ວເຖິງ, ປະກອບສ່ວນປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍຢ່າງມີໄຊ.

ໂດຍ: ໄຊຊະນະ