5ຈີ ຕ້ອງການຂັ້ນຕອນຜັນຂະຫຍາຍເທື່ອລະກ້າວ, ມັນແຕກຕ່າງກັບ 3ຈີ, 4ຈີ, ພ້ອມກັນນັ້ນແມ່ນມີແຜນຜັງຄວາມຖີ່ຢ່າງເໝາະສົມ. ນອກຈາກນັ້ນ, ຄວນເອົາໃຈໃສ່ສືບຕໍ່ຍົກລະດັບຄຸນນະພາບເຄືອຂ່າຍ 4ຈີ ຂຶ້ນຕື່ມຍ້ອນວ່າໃນສອງສາມປີຈະມາເຖິງນີ້ 4ຈີ ຈະສວມບົດບາດສໍາຄັນ ແລະຖືວ່າແມ່ນພື້ນຖານເພື່ອສ້າງເຄືອຂ່າຍ 5ຈີ.

ທ່ານ Michael Jiang ຜູ້ອໍານວຍການເຕັກໂນໂລຢີ Huawei ຫວຽດນາມ ໃຫ້ຮູ້ວ່າ ປະຈຸບັນມີ 140 ບໍລິສັດໂທລະຄົມມະນາຄົມຢູ່ 61 ປະເທດໃນໂລກຜັນຂະຫຍາຍເຄືອຂ່າຍ 5ຈີ. ຄຽງຂ້າງນັ້ນ, ໃນທົ່ວໂລກມີຜູ້ໃຊ້ເຄືອຂ່າຍມືຖືລຸ້ນທີ 5 ປະມານ 260 ລ້ານຄົນ.

leftcenterrightdel
ບໍລິສັດໃຫຍ່ເຄືອຂ່າຍ Viettel ຜັນຂະຫຍາຍພື້ນຖານໂຄງລ່າງເຄືອຂ່າຍ 5ຈີ. ພາບ: ຍືກີ່ງ.

ລະດັບພັດທະນາເຄືອຂ່າຍ 5ຈີ ໃນສອງປີຜ່ານມາແມ່ນໄປໄກກວ່າການຄາດຄະເນ. ຕາມການຄົ້ນຄວ້າຂອງສະຖາບັນຍຸດທະສາດຖະແຫຼງຂ່າວ ແລະສື່ສານ, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ແລ້ວ, ຄາດຄະເນວ່າໃນປີ 2025, 5ຈີ ຈະປະກອບສ່ວນກວ່າ 7% ເຂົ້າໃນລະດັບເຕີບໂຕ GDP ຂອງຫວຽດນາມ. ທ່ານ ທ່ຽວເຟືອງນາມ ຜູ້ອຳນວຍການໃຫຍ່ Qualcomm ຜູ້ຮັບຜິດຊອບພາກພື້ນອິນດູຈີນ ໃຫ້ຂໍ້ສັງເກດວ່າ: “ນີ້ແມ່ນເຕັກໂນໂລຢີເຄືອຂ່າຍມືຖືໃນປະຈຸບັນມີບາງປະເທດເທົ່ານັ້ນທີ່ສາມາດສຳຜັດໄດ້. ພື້ນຖານໂຄງລ່າງ 5ຈີ ມີບົດບາດສຳຄັນໃນຍຸດທະສາດການຫັນປ່ຽນດີຈີຕອນແຫ່ງຊາດ ກໍ່ຄືເຕັກໂນໂລຢີ 4.0. ຄັ້ງທໍາອິດທີ່ຫວຽດນາມ ຜັນຂະຫຍາຍເຕັກໂນໂລຢີໃໝ່ມີການນໍາໃຊ້ຜະລິດຕະພັນ, ອຸປະກອນ "Make in Vietnam" ໄວຄືແນວນັ້ນ”. ທ່ານ ທ່ຽວເຟືອງນາມ ຖືວ່າ 5ຈີ ບໍ່ພຽງແຕ່ໄດ້ນຳໃຊ້ໃນໂທລະສັບມືຖືເທົ່ານັ້ນ, ບັນດາວິສາຫະກິດພາຍໃນປະເທດຄວນເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງພື້ນຖານວັດຖຸໂດຍອີງໃສ່ 5ຈີ ຄືດັ່ງບັນດາໂຮງງານອັດສະລິຍະເພື່ອມີກາລະໂອກາດໄດ້ນໍາໃຊ້, ເຜີຍແຜ່ເຕັກໂນໂລຢີນີ້.

ພາຍຫຼັງທີ່ກະຊວງຖະແຫຼງຂ່າວ ແລະສື່ສານອະນຸຍາດໃຫ້ທົດລອງ, ບັນດາຫົວໜ່ວຍສະໜອງບໍລິການໂທລະຄົມມະນາຄົມໃຫຍ່ຢູ່ຫວຽດນາມ ໄດ້ຜັນຂະຫຍາຍການທົດລອງສັນຍານເຄືອຂ່າຍມືຖືລຸ້ນໃໝ່ 5ຈີ ແລະບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ. ຕາມໝາກຜົນແລ້ວ, ນັບແຕ່ປີ 2021 ເປັນຕົ້ນໄປ, ຫວຽດນາມ ຈະຜັນຂະຫຍາຍເຄືອຂ່າຍ 5ຈີ ໃນບໍລິເວນກວ້າງຂວາງແນໃສ່ບັນລຸໄດ້ເປົ້າໝາຍກາຍເປັນໜຶ່ງໃນບັນດາປະເທດສໍາເລັດການທົດລອງເຕັກໂນໂລຢີ 5ຈີ ໃນໂລກ.

ເມື່ອແບ່ງປັນທັດສະນະກ່ຽວກັບບັນຫານີ້, ທ່ານ ຫງວຽນຟອງຫຍ໊າ ຮອງຫົວໜ້າກົມໂທລະຄົມມະນາຄົມ (ກະຊວງຖະແຫຼງຂ່າວ ແລະສື່ສານ) ສະແດງວ່າ 5ຈີ ຄວນຜັນຂະຫຍາຍໃຫ້ມີຄວາມກົມກຽວ, ຕອບສະໜອງເປົ້າໝາຍໃຫຍ່ຂອງປະເທດ ກໍ່ຄືຄວາມຕ້ອງການຜູ້ໃຊ້. ພ້ອມທັງຕ້ອງສອດຄ່ອງກັບຄວາມເປັນຈິງທີ່ພວມຜັນຂະຫຍາຍເຕັກໂນໂລຢີໃນປະຈຸບັນຂອງບັນດາບໍລິສັດໂທລະຄົມມະນາຄົມ; ສ້າງຄວາມກົມກຽວລະຫວ່າງສິດຜົນປະໂຫຍດຂອງລັດ, ຜູ້ໃຊ້ ແລະວິສາຫະກິດໂທລະຄົມມະນາຄົມ. 5ຈີ ຈະໄດ້ຜັນຂະຫຍາຍໄປຕາມແຕ່ລະບາດກ້າວ, ຈາກບ່ອນທີ່ມີຄວາມຕ້ອງການຫຼາຍ, ຄື: ນະຄອນໃຫຍ່, ເຂດອຸດສາຫະກໍາຕ່າງປະເທດທີ່ມີຄວາມຕ້ອງການຢາກລົງທຶນໃນລະບົບຜະລິດອັດສະລິຍະ. ຕໍ່ຈາກນັ້ນຈະເປີດກວ້າງໄປຫາຂົງເຂດອື່ນ. ເວລາຕໍ່ໄປຕື່ມອີກພາຍຫຼັງທີ່ເຕັກໂນໂລຢີສຸກງອມ, ລາຄາຫຼຸດລົງ, ອຸປະກອນ ແລະ 5ຈີ ຈະກາຍເປັນທີ່ນິຍົມ.

ບັນດານັກຊ່ຽວຊານຖືວ່າ, ການອອກຂໍ້ຕົກລົງອະນຸຍາດໃຫ້ທົດລອງ 5ຈີ ໃນປີ 2020 ແມ່ນຖືກຕ້ອງຕາມຈຸດເວລາ, ຍ້ອນກ່ອນໜ້ານັ້ນຕອນເລີ່ມຕົ້ນເຮັດ 4ຈີ, ນັກວາງແຜນກຳນົດໄດ້ປຶກສາຫາລືກ່ຽວກັບລຸ້ນຕໍ່ໄປ. ຮອດປີ 2020, ໄດ້ມີມາດຕະຖານເຕັກໂນໂລຢີ 5ຈີ ແລ້ວ ແລະບັນດາອົງການຈັດຕັ້ງສາກົນກໍ່ຍົກອອກຫຼາຍຂໍ້ສະເໜີແນະທີ່ເໝາະສົມ. ຕາມທ່ານ ເລນາມທັ໊ງ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ແລ້ວ, ຂັ້ນຕອນ 5ຈີ ປະຈຸບັນພວມໄປຖືກທິດ. ການຜັນຂະຫຍາຍເຄືອຂ່າຍ 5ຈີ ຖືກຈຸດເວລາຈະເສີມຂະຫຍາຍຢ່າງມີປະສິດທິຜົນດີທີ່ສຸດ, ຮັບປະກັນຜົນປະໂຫຍດລວມທົ່ວສັງຄົມ.

ກ່ຽວກັບຝ່າຍວິສາຫະກິດ, ທ່ານ ເລບ໊າເຕິນ ຮອງຜູ້ອໍານວຍການບໍລິສັດໃຫຍ່ເຄືອຂ່າຍ Viettel (ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ) ໃຫ້ຮູ້ວ່າ ສ່ວນທ່ານຄິດວ່າໃນປະມານ 5 ປີຈະມາເຖິງ, ເຄືອຂ່າຍ 4ຈີ ຍັງມີສວມບົດບາດຕົ້ນຕໍ. ເຖິງຢ່າງໃດກໍ່ຕາມ, ຖ້າບໍ່ລົງທຶນ 5ຈີ, ຫວຽດນາມ ຈະຊັກຊ້າໃນການຮັບເອົາການລົງທຶນຈາກບັນດາວິສາຫະກິດ FDI. ຍ້ອນແນວ ນັ້ນ, ບໍ່ພຽງແຕ່ສະເພາະ Viettel ເທົ່ານັ້ນ ຫາກບັນດາວິສາຫະກິດໂທລະຄົມມະນາຄົມອື່ນ ກໍ່ລ້ວນແຕ່ຮັກສາຍຸດທະສາດນັ້ນໄວ້ ໃຫ້ມີຄວາມຮັບປະກັນ, ຍົກລະດັບເຄືອຂ່າຍ 4 ແລະສືບຕໍ່ຜັນຂະຫຍາຍເຄືອຂ່າຍ 5ຈີ ຕາມແຜນການ.

ທ່ານ ເລນາມທັ໊ງ ໃຫ້ຮູ້ວ່າ 5ຈີ ບໍ່ແມ່ນເຕັກໂນໂລຢີທົດແທນທີ່ສົມບູນໃຫ້ 3ຈີ, 4ຈີ ແຕ່ແມ່ນການສືບທອດ ແລະຄຽງຄູ່ກັນໄປ, ບັນດາເຄືອຂ່າຍເຫຼົ່ານີ້ໄດ້ໜູນຊ່ວຍກັນສະນັ້ນແຜນຜັງ 5ຈີ ຍັງຕ້ອງການຄວາມຖີ່ໃຫ້ 4ຈີ ແລະຊ້ຳບໍ່ໜໍາແມ່ນ 3ຈີ ເຖິງວ່າ 5ຈີ ຕ້ອງການປະລິມານຄວາມຖີ່ສູງກວ່າກໍ່ຕາມ. ໜຶ່ງໃນບັນດາເງື່ອນໄຂຕັດສິນຊີ້ຂາດເມື່ອຜັນຂະຫຍາຍເຕັກໂນໂລຢີໃໝ່ແມ່ນຕ້ອງມີມາດຕະຖານ, ຄວາມຖີ່ຂອງແອັບພຼີເຄຊັນ ແລະອຸປະກອນ. ກ່ຽວກັບຄວາມຖີ່, ຫວຽດນາມ ໄດ້ມີການກະກຽມເບື້ອງຕົ້ນ. ອົງການຄຸ້ມຄອງຄວນຕ້ອງພິຈາລະນາການວາງແຜນຜັງຄວາມຖີ່ແນວໃດໃຫ້ 5ຈີ ແລະ 4ຈີ.

ໂດຍ: ເຈິ່ນຮວ່ຽນ