ກ່າວຄໍາເຫັນທີ່ພິທີ, ທ່ານ ເລດັງຢູງ, ຮັກສາການທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ໃຫ້ຮູ້ວ່າ: “Viettel ພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມືກັບບັນດາວິສາຫະກິດທີ່ມີຄວາມຫວັງລວມແມ່ນນໍາ ຫວຽດນາມ ກາຍເປັນປະເທດເຕັກໂນໂລຢີ. ການຮ່ວມມືໃນຄັ້ງນີ້ເປັນການຢັ້ງຢືນຄວາມສາມາດບົ່ມຊ້ອນຂອງບັນດາກຸ່ມບໍລິສັດຢູ່ຫວຽດນາມ, ສ້າງກໍາລັງແຮງສາມັກຄີ, ປັບປຸງຜະລິດຕະພັນໃຫ້ສົມບູບແບບໂດຍໄວ ເພື່ອນໍາເຂົ້າຜັນຂະຫຍາຍສະຖານີຮັບສົ່ງສັນຍານ 5G , ສະໜອງບໍລິການ 5G ດີທີ່ສຸດໃຫ້ແກ່ຊາວຫວຽດນາມ”.

leftcenterrightdel
ການນໍາສອງຝ່າຍລົງນາມໃນຂໍ້ຕົກລົງການຮ່ວມມື. ພາບ: qdnd.vn.

ສ່ວນຝ່າຍ Vingroup, ທ່ານ ຫງວຽນຫວຽດກວາງ, ຮອງປະທານທັງເປັນຜູ້ອໍານວຍການກຸ່ມບໍລິສັດ Vingroup ແບ່ງປັນວ່າ “ເລື່ອງພັດທະນາ 5G ຈະຕັດສິນຜົນສໍາເລັດຂອງສັງຄົມດີຈີຕອນ. ໂດຍຮັບຮູ້ໄດ້ສິ່ງດັ່ງກ່າວ, ພວກຂ້າພະເຈົ້າຕົກລົງສຸມທຸກແຫຼ່ງກໍາລັງເພື່ອພັດທະນາບັນດາຜະລິດຕະພັນເຕັກໂນໂລຢີທີ່ມີຄຸນນະພາບສູງ.  ກຸ່ມບໍລິສັດ  Vingroup ຫວັງວ່າຈະໜູນຊ່ວຍບັນດາວິສາຫະກິດໂທລະຄົມມະນາຄົມຫວຽດນາມ ສົ່ງສັນຍານ 5G “Made in Viet Nam” ໄປທົ່ວປະເທດ”.

ໂດຍ: ທູຈາງ