leftcenterrightdel
ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ. ພາບ: quochoi.vn

ຕອນເຊົ້າວັນທີ 14 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ທີ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 15, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ  ໄດ້ສະເໜີໃບສະເໜີກ່ຽວກັບບັນດາກົນໄກ, ນະໂຍບາຍພິເສດສະເພາະການລົງທຶນກໍ່ສ້າງໂຄງການໄຟຟ້ານິວເຄຼຍ ນິງທ້ວນ.

ບັນດາກົນໄກນະໂຍບາຍພິເສດສະເພາະທີ່ໄດ້ສະເໜີກ່ຽວຂ້ອງເຖິງບັນດາບັນຫາ, ຄື: ການອະນຸຍາດຜັນຂະຫຍາຍພ້ອມດຽວກັນກັບບັນດາວຽກງານກ່ຽວກັບການເຈລະຈາສັນຍາ, ຂໍ້ຕົກລົງກັບບັນດາຄູ່ຮ່ວມມືໄປພ້ອມກັບວິວັດການສ້າງສຳເນົາເອກະສານ ແລະອະນຸມັດຜ່ານການດັດປັບແຜນນະໂຍບາຍລົງທຶນ, ອະນຸມັດຜ່ານໂຄງການລົງທຶນ; ກົນໄກ, ນະໂຍບາຍໃຫ້ແຂວງນິງທ້ວນ… ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ, ເນັ້ນໜັກວ່າ: “ນີ້ແມ່ນໂຄງການສຳຄັນພິເສດ, ມີເຕັກໂນໂລຊີສັບສົນ, ບໍ່ມີຫຼາຍປະເທດເປັນກຳມະສິດ, ມີຄວາມຕ້ອງການທຶນທີ່ໃຫຍ່ຫຼວງ ແລະເປັນຄັ້ງທຳອິດທີ່ໄດ້ຮັບການລົງທຶນກໍ່ສ້າງຢູ່ຫວຽດນາມ. ສະນັ້ນ, ຕ້ອງມີບັນດາກົນໄກ, ນະໂຍບາຍພິເສດສະເພາະ ເພື່ອຍູ້ໄວຄວາມຄືບໜ້າ, ເຮັດໃຫ້ເວລາປະຕິບັດສັ້ນລົງ”.

ບັນດາສະມາຊິກສະພາແຫ່ງຊາດ ຈະປຶກສາຫາລືຢູ່ໜ່ວຍກ່ຽວກັບບັນດາກົນໄກ, ນະໂຍບາຍພິເສດສະເພາະຂອງໂຄງການໄຟຟ້ານິວເຄຼຍ ນິງທ້ວນ ໃນວັນທີ 15 ກຸມພາ ແລະຢູ່ຫໍປະຊຸມໃນຕົ້ນອາທິດໜ້າ.

ແຫຼ່ງຄັດຈາກ: vovworld.vn