ສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ຈັດວັນບຸນເອກະລາດໃຫ້ປະຊາຄົມຊາວຫວຽດນາມ
ຕອນຄໍ່າວັນທີ 14 ກັນຍາ, ສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະວັນບຸນເອກະລາດ ໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ.
    |
 |
ທ່ານເອກອັກຄະລັດຖະທູດ ຟ້າມກວາງຫ້ຽວ ຖ່າຍຮູບກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ຍີ່ປຸ່ນ. ພາບ: vov.vn |
ງານດັ່ງກ່າວມີຈຳນວນຜູ້ແທນເຂົ້າຮ່ວມຫຼາຍກວ່າ 100 ທ່ານ ເຊິ່ງຕາງໜ້າໃຫ້ປະຊາຄົມຊາວ ຫວຽດນາມ ທີ່ອາໄສຢູ່ຕາມບັນດາທ້ອງຖິ່ນຂອງຍີ່ປຸ່ນ.
ທີ່ພິທີ, ບັນດາຜູ້ແທນໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດ ແລະຖະຫວາຍທູບທຽນຢູ່ຫ້ອງບູຊາປະທານໂຮ່ຈີມິນ, ເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາບັນພະບຸລຸດ ແລະພ້ອມກັນຊົມຮູບເງົາສາລະຄະດີປະຫວັດສາດກ່ຽວກັບໄລຍະທາງ 80 ປີອັນເຕັມໄປດ້ວຍຄວາມສະຫງ່າລາສີຂອງຊາດຫວຽດນາມ.
ກ່າວຄຳເຫັນພິທີດັ່ງກ່າວ, ທ່ານ ຟ້າມກວາງຫ້ຽວ, ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ເນັ້ນໜັກວ່າ: “ປະຈຸບັນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ ຍີ່ປຸ່ນ ມີເກືອບ 700.000 ຄົນ, ເຊິ່ງເປັນປະຊາຄົມຊາວຕ່າງປະເທດໃຫຍ່ອັນດັບທີ 2 ທີ່ອາໄສຢູ່ຍີ່ປຸ່ນ. ຊາວຫວຽດນາມ ໄດ້ດຳລົງຊີວິດຢູ່ບັນດາແຂວງຂອງຍີ່ປຸ່ນ, ປະກອບດ້ວຍຫຼາຍພາກສ່ວນອັນອຸດົມສົມບູນ. ເຖິງວ່າຈະຢູ່ບ່ອນໃດ, ປະຊາຄົມຊາວຫວຽດນາມ ພວກເຮົາ ກໍນັບມື້ນັບຢັ້ງຢືນໃຫ້ເຫັນເຖິງຄວາມເຊື່ອຖື, ຄຸນທາດ, ຈິດໃຈອັນອົດທົນຜ່ານຜ່າຄວາມຫຍຸ້ງຍາກລຳບາກ ແລະຄວາມມຸ່ງຫວັງທີ່ບືນຂຶ້ນຢູ່ສະເໝີ”.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ