ກອງປະຊຸມສຸດຍອດ ລາຊະອານາຈັກອັງກິດ-ຫວຽດນາມ ກ່ຽວກັບສູນການເງິນສາກົນ
ກປ.ອອນໄລ - ຕອນເຊົ້າວັນທີ 15 ກັນຍາ, ກ່າວຄໍາເຫັນໄຂກອງປະຊຸມສຸດຍອດ ລາຊະອານາຈັກອັງກິດ-ຫວຽດນາມ ກ່ຽວກັບສູນການເງິນ, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ຫວັງວ່າ ລາຊະອານາຈັກອັງກິດ ແລະສູນການເງິນລອນດອນ ຈະສືບຕໍ່ໜູນຊ່ວຍ, ຮ່ວມເດີນທາງກັບ ຫວຽດນາມ ໃນການໂຄສະນາເຜີຍແຜ່ ແລະແນະນຳສູນການເງິນຫວຽດນາມ, ແນະນຳບັນດານັກລົງທຶນ, ດຶງດູດແຫຼ່ງກໍາລັງຈາກຝ່າຍລອນດອນ ເຂົ້າຮ່ວມຕະຫຼາດການເງິນຂອງຫວຽດນາມ.