ຕອນບ່າຍວັນທີ 15 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສຳມະນາ ວັນສາກົນປ້ອງກັນຊັ້ນ ozone 2025 – 40 ປີແຫ່ງວັນສົນທິສັນຍາ Vienna: ຈາກວິທະຍາສາດຕະຫຼອດຮອດການກະທຳທົ່ວໂລກ ດ້ວຍຫົວຂໍ້ “ການເຄື່ອນໄຫວປ້ອງກັນຊັ້ນ ozone ມຸ່ງໄປເຖິງການຫັນປ່ຽນສີຂຽວ: ຊຸກຍູ້ການຮ່ວມມືລະຫວ່າງລັດຖະບານ, ການຮ່ວມພາກລັດ - ເອກະຊົນ”.

leftcenterrightdel
ກອງປະຊຸມສຳມະນາ  “ການເຄື່ອນໄຫວປ້ອງກັນຊັ້ນ ozone ມຸ່ງໄປເຖິງການຫັນປ່ຽນສີຂຽວ: ຊຸກຍູ້ການຮ່ວມມືລະຫວ່າງລັດຖະບານ, ການຮ່ວມພາກລັດ - ເອກະຊົນ”. ພາບ:  nhandan.vn

ຕາມການສະຖິຕິຂອງຄະນະເລຂາ ozone ສາກົນແລ້ວ, ໄລ່ຮອດເດືອນສິງຫາ 2025, ຫວຽດນາມ ໄດ້ຫຼຸດການປ່ອຍທາດ C02 ປະມານ 240 ລ້ານໂຕນ ຈາກບັນດາການເຄື່ອນໄຫວຄຸ້ມຄອງ, ລົບລ້າງທາດຕ່າງໆ ໂດຍໄດ້ຮັບການຄຸ້ມຄອງຕາມຈົດໝາຍທາງການ Montreal. ໃນໄລຍະຈະມາເຖິງ, ໂດຍປະຕິບັດແຜນການແຫ່ງຊາດກ່ຽວກັບການຄຸ້ມຄອງ, ລົບລ້າງທາດເຮັດໃຫ້ຊັ້ນ ozone ຊຸດໂຊມລົງ ແລະທາດກໍ່ມົນລະພິດເຮືອນແກ້ວ ໄດ້ຮັບການຄວບຄຸມຮອດປີ 2045, ຫວຽດນາມ ຈະຫຼຸດຜ່ອນການປ່ອຍທາດ CO2 ປະມານ 11,2 ລ້ານໂຕນ. ບັນດາໝາກຜົນນີ້ ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍວິວັດການປະຕິບັດສົນທິສັນຍາ Vienna, ຈົດໝາຍທາງການ Montreal ຢ່າງຖືກຕ້ອງ ແລະ ຕັ້ງໜ້າຮ່ວມມື, ຮ່ວມເດີນທາງພ້ອມກັບບັນດາປະເທດໃນໂລກ. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ເລກົງແທັ່ງ ໃຫ້ຮູ້ວ່າ:

ຫວຽດນາມ ໄດ້ມານະພະຍາຍາມປະຕິບັດສຳເລັດນະໂຍບາຍກົດໝາຍວ່າດ້ວຍການປ້ອງກັນຊັ້ນ ozone ເພື່ອຄຸ້ມຄອງບັນດາທາດໄດ້ຮັບການຄວບຄຸມຢ່າງມີປະສິດທິຜົນກວ່າອີກ, ລະອຽດແມ່ນໄດ້ຫັນເນື້ອໃນເປັນກົດໝາຍ ໃນກົດໝາຍວ່າດ້ວຍການປ້ອງກັນສິ່ງແວດລ້ອມ 2020 ແລະ ບັນດາເອກະສານຂໍ້ກຳນົດລະອຽດໃນການປະຕິບັດກົດໝາຍ. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ ຫວຽດນາມ ຄຸ້ມຄອງຢ່າງມີປະສິດທິຜົນ ແລະຄົບຊຸດ, ຕິດພັນກັບການປ້ອງກັນຊັ້ນ ozone ດ້ວຍບັນດາບຸລິມະສິດແຫ່ງຊາດອື່ນໆ ຄືການຄຸ້ມຄອງການປ່ອຍທາດພິດເຮືອນແກ້ວ, ປະຕິບັດເປົ້າໝາຍຫັນເປັນສີຂຽວ.

ແຫຼ່ງຄັດຈາກ vovworld.vn