ຫວຽດນາມ ກາຍເປັນຄູ່ຮ່ວມມືແຖວໜ້າຂອງ ອີຢູ ໃນອາຊຽນ

ລົງນາມໃນວັນທີ 30 ມິຖຸນາ 2019 ແລະມີຜົນບັງຄັບໃຊ້ແຕ່ວັນທີ 1 ສິງຫາ 2020, EVFTA ໄດ້ຕີລາຄາແມ່ນໜຶ່ງໃນບັນດາສັນຍາການຄ້າເສລີທີ່ຮອບດ້ານ ແລະທະເຍີທະຍານທີ່ສຸດທີ່ສະຫະພາບເອີຣົບ (ອີຢູ) ໄດ້ລົງນາມກັບປະເທດໜຶ່ງທີ່ພວມພັດທະນາ. ສັນຍາດັ່ງກ່າວໄດ້ຍົກເລີກອັດຕາພາສີກວ່າ 70% ເມື່ອມີຜົນສັກສິດ; ສ່ວນທີ່ເຫຼືອ (ເຖິງ 99%) ຈະສືບຕໍ່ຖືກຕັດອອກຕາມຂັ້ນຕອນ. ຄຽງຂ້າງການຫຼຸດພາສີແລ້ວ, EVFTA ຍັງເປີດກວ້າງສິດເຂົ້າເຖິງຕະຫຼາດ, ປົກປ້ອງກຳມະສິດພູມປັນຍາ, ຊຸກຍູ້ຄວາມໂປ່ງໃສດ້ານລະບຽບການ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດສອງຝ່າຍຂຸດຄົ້ນກາລະໂອກາດການຄ້າຫຼາຍທີ່ສຸດ. ໃນຕົວຈິງໃຫ້ເຫັນວ່າ, ໃນເກືອບ 5 ປີ (ແຕ່ເດືອນ 8-2020 ຫາເດືອນ 5-2025), ວົງເງິນການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະອີຢູ ບັນລຸ 298 ຕື້ໂດລາສະຫະລັດ, ກວມເອົາເກືອບ 40% ຍອດວົງເງິນການຄ້າສະສົມໃນໄລຍະກວ່າ 30 ປີ (ນັບແຕ່ປີ 1995 ມາຮອດປະຈຸບັນ). ນີ້ແມ່ນການສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບບົດບາດອັນຕັ້ງໜ້າຂອງ EVFTA ໃນການເປີດກວ້າງຕະຫຼາດ ແລະເຮັດໃຫ້ການຮ່ວມມືດ້ານເສດຖະກິດສອງຝ່າຍເລິກເຊິ່ງຂຶ້ນຕື່ມ. ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ອີຢູ ຢູ່ ອາຊຽນ ແລະຢືນອັນດັບທີ 16 ໃນທົ່ວໂລກ. ທ່ານ ຫງວຽນແອງເຊີນ, ຫົວໜ້າກົມນຳເຂົ້າ-ສົ່ງອອກ (ກະຊວງອຸດສາຫະກຳ ແລະການຄ້າ) ຢືນຢັນວ່າ: “ພາຍຫຼັງ 5 ປີແຫ່ງການຜັນຂະຫຍາຍປະຕິບັດ, EVFTA ໄດ້ນຳມາເຊິ່ງໝາກຜົນອັນຕັ້ງໜ້າ, ເປີດກວ້າງຕະຫຼາດໃຫ້ບັນດາຂະແໜງການສົ່ງອອກ ຄື: ເກີບໜັງ, ຜະລິດຕະພັນກະເສດ, ຜັກ ແລະໝາກໄມ້...; ພ້ອມທັງ, ຊ່ວຍໃຫ້ບັນດາວິສາຫະກິດເຂົ້າເຖິງເຕັກໂນໂລຊີ ແລະອຸປະກອນທີ່ທັນສະໄໝ, ສ້າງເງື່ອນໄຂໃຫ້ຫວຽດນາມ ປັບປຸງບັນດາກົນໄກ, ນະໂຍບາຍ ແລະກົດໝາຍຕາມທິດໂປ່ງໃສ, ສອດຄ່ອງກັບລະບຽບການສາກົນ.”

leftcenterrightdel
ການເຄື່ອນໄຫວຜະລິດຢູ່ບໍລິສັດຫຸ້ນສ່ວນ ຊວນຮວ່າ ຫວຽດນາມ, ແຂວງຝູເທາະ. ພາບ: ແຄ້ງອານ

ກົງກັນຂ້າມ, ປະຈຸບັນ ອີຢູ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບ 3 ແລະເປັນແຫຼ່ງນຳເຂົ້າໃຫຍ່ອັນດັບ 4 ຂອງຫວຽດນາມ, ໄດ້ສະໜອງບັນດາຜະລິດຕະພັນຍຸດທະສາດຫຼາຍຢ່າງ, ເຊັ່ນ: ເຄື່ອງຈັກເຕັກໂນໂລຢີສູງ, ການຂົນສົ່ງ, ການຢາ, ເຕັກໂນໂລຢີສີຂຽວ. ດ້ວຍຈຳນວນປະຊາກອນກວ່າ 100 ລ້ານຄົນ ແລະກຳລັງແຮງງານກວ່າ 55 ລ້ານຄົນ, ຫວຽດນາມ ໄດ້ກາຍເປັນ “ລະບົບນິເວດຍຸດທະສາດ” ເພື່ອໃຫ້ວິສາຫະກິດເອີຣົບ ເຊື່ອມໂຍງຢ່າງເລິກເຊິ່ງກວ່າໃນຕ່ອງໂສ້ການສະໜອງໃໝ່. ການສຳຫຼວດ ໂດຍ ສະມາຄົມການຄ້າເອີຣົບ ປະຈຳຫວຽດນາມ (EuroCham) ໄດ້ສະແດງໃຫ້ເຫັນວ່າ, ບໍ່ພຽງແຕ່ບັນດາວິສາຫະກິດຂະໜາດໃຫຍ່ເທົ່ານັ້ນ, ບັນດາວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ (SME) ກໍ່ຂຸດຄົ້ນບຸລິມະສິດເຊິ່ງ EVFTA ເອົາມາໃຫ້ມີປະສິດທິຜົນ. ອັດຕາວິສາຫະກິດທີ່ຖືການຫຼຸດຜ່ອນພາສີ ແມ່ນຜົນປະໂຫຍດຫຼັກແຫຼ່ງ ເພີ່ມຂຶ້ນຈາກ 29% (ໄຕມາດທີ II -2024) ຂຶ້ນເປັນ 61% (ໄຕມາດທີ II -2025).

ບັນຫາຕົ້ນກໍາເນີດ - ສິ່ງທ້າທາຍທີ່ຕ້ອງຜ່ານຜ່າ

ດ້ວຍຍອດຜະລິດຕະພັນພາຍໃນປະເທດ (GDP) 29.000 ຕື້ໂດລາສະຫະລັດ ແລະມີຜູ້ບໍລິໂພກຫຼາຍກວ່າ 450 ລ້ານຄົນ, ອີຢູ ເປັນກຸ່ມເສດຖະກິດທີ່ເປັນເອກະພາບໃຫຍ່ທີ່ສຸດໃນໂລກ. GDP ຕໍ່ຫົວຄົນບັນລຸກວ່າ 43.000 ໂດລາສະຫະລັດ (ທະນາຄານໂລກ, ປີ 2024), ສະແດງໃຫ້ເຫັນກຳລັງການຊື້ສູງ ແລະຄວາມຕ້ອງການທີ່ຫຼາກຫຼາຍ - ຕະຫຼາດທີ່ເໝາະສົມສຳລັບສິນຄ້າຂອງຫວຽດນາມ ທີ່ມີຄຸນນະພາບສູງ, ຈາກຜະລິດຕະພັນກະເສດ, ອາຫານປຸງແຕ່ງ ຈົນເຖິງແຜ່ນແພ, ເຄື່ອງເຟີນີເຈີ, ເຕັກໂນໂລຢີ.

ເຖິງຢ່າງໃດກໍຕາມ, ໂອກາດຍາມໃດກໍ່ໄປຄຽງຄູ່ກັບສິ່ງທ້າທາຍ. ອຸປະສັກທີ່ໃຫຍ່ທີ່ສຸດແມ່ນກົດຂໍ້ບັງຄັບຂອງຕົ້ນກໍາເນີດ - ເງື່ອນໄຂຕັດສິນຊີ້ຂາດເພື່ອໄດ້ຮັບບຸລິມະສິດພາສີ. ວັດຖຸດິບສ່ວນຫຼາຍໃຫ້ແກ່ຂະແໜງການສົ່ງອອກທີ່ສຳຄັນຂອງຫວຽດນາມ ຍັງນຳເຂົ້າຈາກນອກກຸ່ມ, ກໍ່ຄວາມຫຍຸ້ງຍາກທີ່ຈະພິສູດແຫຼ່ງກຳເນີດຕາມກົດໝາຍ. ທ່ານ ໂງຈຸງແຄງ, ຮອງຫົວໜ້າກົມນະໂຍບາຍດ້ານການຄ້າຫຼາຍຝ່າຍ (ກະຊວງອຸດສາຫະກຳ ແລະການຄ້າ) ໄດ້ກ່າວເຕືອນວ່າ: “ຖ້າຫາກພວກເຮົາ ບໍ່ປັບປຸງຄວາມສາມາດຕາມມາດຖານດ້ານເຕັກນິກ ແລະແຫຼ່ງກຳເນີດ, ສິນຄ້າຂອງຫວຽດນາມ ຈະຄ່ອຍໆສູນເສຍທ່າໄດ້ປຽບດ້ານການແຂ່ງຂັນ, ພິເສດແມ່ນເມື່ອ ອີຢູ ຊຸກຍູ້ການເຈລະຈາ FTA ກັບຫຼາຍປະເທດ.”

EVFTA ເປີດອອກ “ປະຕູໃຫຍ່”, ແຕ່ວ່າພວກເຮົາ ຈະໄປໄດ້ໄວ ຫຼື ຊ້າ, ໄປໄກປານໃດແມ່ນຂຶ້ນກັບຄວາມສາມາດພາຍໃນ, ການເປັນເຈົ້າການ ແລະການປັບຕົວຂອງຕົນເອງເຮົາ. ເພື່ອຍາດແຍ່ງກາລະໂອກາດຫຼາຍທີ່ສຸດ, ບັນດາວິສາຫະກິດຫວຽດນາມ ບໍ່ພຽງແຕ່ຕ້ອງປ່ຽນແປງໃໝ່ເຕັກໂນໂລຢີ, ຍົກສູງການບໍລິຫານເທົ່ານັ້ນ ຫາກຍັງຕ້ອງຢຶດໝັ້ນການກໍ່ສ້າງຕ່ອງໂສ້ການສະໜອງພາຍໃນປະເທດ, ເພີ່ມອັດຕາຫັນເປັນພາຍໃນປະເທດ, ມຸ່ງເຖິງພັດທະນາແບບຍືນຍົງ.

ໂດຍ: ໄຊນີດາ