ການນຳເຂົ້າ ແລະສົ່ງອອກເຕັກໂນໂລຊີສູງ ແລະ ສິນຄ້າປະດິດຄິດສ້າງ ແມ່ນ 3 ຕົວເລກທີ່ ຫວຽດນາມ ຢືນອັນດັບແຖວໜ້າໃນໂລກ ໃນບົດລາງການດັດຊະນີນະວັດຕະກຳທົ່ວໂລກ (Global Innovation Index - GII) ປີ 2025. ບົດລາຍງານ ໂດຍ ອົງການຊັບສິນທາງປັນຍາໂລກ (WIPO) ປະກາດຢູ່ ເຊີແນວ, ປະເທດ ສະວິດ, ໃນວັນທີ 16 ກັນຍາ.

leftcenterrightdel
ຕາຕະລາງຈັດອັນດັບ. ພາບ: qdnd.vn

ລະອຽດແມ່ນ, ຫວຽດນາມ ຢືນອັນດັບທີ 1 ຂອງໂລກກ່ຽວກັບການນຳເຂົ້າເຕັກໂນໂລຊີສູງ ດ້ວຍອັດຕາ 29,4%, ມີທີ່ຕັ້ງອັນດຽວພ້ອມກັບ ຮົ່ງກົງ (ຈີນ). ດັດຊະນີດັ່ງກ່າວຊີ້ໃຫ້ເຫັນພື້ນຖານເສດຖະກິດຫວຽດນາມ ອີງໃສ່ການນຳເຂົ້າເຕັກໂນໂລຊີສູງເປັນສ່ວນໃຫຍ່, ແຕ່ພ້ອມກັນນັ້ນກໍ່ສະແດງໃຫ້ເຫັນຄວາມສາມາດເຊື່ອມໂຍງຢ່າງເລິກເຊິ່ງຕໍ່ບັນດາລະບົບສະໜອງທົ່ວໂລກ.

ຫວຽດນາມ ກໍ່ຢືນອັນດັບທີ 1 (ພ້ອມກັບ ມາເລເຊຍ ແລະ ຟີລິບປິນ) ກ່ຽວກັບການສົ່ງອອກເຕັກໂນໂລຊີສູງ, ດ້ວຍອັດຕາ 36,1% ຍອດມູນຄ່າການຄ້າ. ປະຈຸບັນ, ວົງເງິນສົ່ງອອກຂອງຫວຽດນາມ ກວມກວ່າ 1/3 ແມ່ນມາຈາກບັນດາຜະລິດຕະພັນເຕັກໂນໂລຊີສູງ, ຄື: ເອເລັກໂຕນິກ, ໂທລະຄົມມະນາຄົມ, ຄອມພິວເຕີ, ເຄື່ອງອາໄຫຼ່…

ຫວຽດນາມ ກໍ່ຢືນອັນດັບນຳໜ້າກ່ຽວກັບການສົ່ງອອກສິນຄ້າປະດິດຄິດສ້າງ ພ້ອມກັບ ຈີນ, ສ.ເຊັກໂກ, ຮົ່ງກົງ (ຈີນ) ແລະມາເລເຊຍ. ເລື່ອງນຳໜ້າໃນດັດຊະນີດັ່ງກ່າວໝາຍຄວາມວ່າ ຫວຽດນາມ ພວມສ້າງຜະລິດຕະພັນຕິດພັນກັບການປະກອບສ່ວນປະດິດຄິດສ້າງສູງ, ບໍ່ພຽງແຕ່ອີງໃສ່ເອເລັກໂຕນິກ ແລະ ເຕັກໂນໂລຊີສູງ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ