ງານວາງສະແດງຜົນງານຂອງປະເທດຊາດ: “ໄລຍະທາງ 80  ປີແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ” ທີ່ພວມຈັດຂຶ້ນຢູ່ສູນຕະຫຼາດນັດວາງສະແດງແຫ່ງຊາດ (ດົງແອັງ) ໄດ້ດຶງດູດປະຊາຊົນໃນທົ່ວປະເທດ ແລະແຂກທ່ອງທ່ຽວຕ່າງປະເທດເຂົ້າມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ.

leftcenterrightdel
ເຂດວາງສະແດງຂອງ VOV. ພາບ: vovworld.vn

ຕາມບົດລາຍງານຂອງຄະນະຈັດຕັ້ງແລ້ວ, ຈຳນວນຜູ້ມາສູນງານຕະຫຼາດນັດວາງສະແດງແຫ່ງຊາດ ຮອດວັນທີ 13 ກັນຍາ ບັນລຸເກືອບ 8,6 ລ້ານເທື່ອຄົນ. ສະເພາະໃນວັນທີ 13 ກັນຍາ, ມີແຂກມາຢ້ຽມຊົມເກືອບ 1,3 ລ້ານເທື່ອຄົນ ເຊິ່ງໄດ້ທຳລາຍສະຖິຕິຂອງມື້ກ່ອນ.

ຄາດວ່າ, ເມື່ອສິ້ນສຸດລົງ, ງານວາງສະແດງຈະບັນລຸຕົວເລກສະຕິຖິແມ່ນ 10 ລ້ານເທື່ອຄົນ ພາຍຫຼັງເປີດປະຕູເປັນເວລາ 19 ວັນ. ສິ່ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນຄວາມສົນໃຈຢ່າງເລິກເຊິ່ງ, ກວ້າງຂວາງຂອງມະຫາຊົນທີ່ມີຕໍ່ເຫດການທີ່ມີຄວາມໝາຍທາງການເມືອງ, ສັງຄົມ ແລະວັດທະນະທຳສຳຄັນນີ້.

ໂດຍ: ກວຽດເຕິມ