ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ທ່ານພົນເອກ ເລືອງຕາມກວາງ ລັດຖະມົນຕີກະຊວງຕໍາຫຼວດ ໃຫ້ຮູ້ວ່າ: ຄວາມສາມາດບົ່ມຊ້ອນພັດທະນາໃນຂົງເຂດ AI ຂອງຫວຽດນາມ ແມ່ນໃຫຍ່ຫຼວງ, ຄາດຄະເນຈະປະກອບປະມານ 80 ຕື້ໂດລາສະຫະລັດ, ເທົ່າກັບ 12% GDP ໃນປີ 2030 ຖ້າຫາກນຳໃຊ້ຢ່າງກວ້າງຂວາງ. ເຖິງຢ່າງໃດກໍຕາມ, ເອກະລາດ ແລະເປັນເຈົ້າຕົນເອງກັບ AI ແມ່ນບັນຫາຮີບດ່ວນ, ຮຽກຮ້ອງໃຫ້ມີທິດທາງຍຸດທະສາດອັນຍາວນານ, ຮອບດ້ານ ແລະຄົບຊຸດ, ຊອກຫາເສັ້ນທາງທີ່ເໝາະສົມກັບຫວຽດນາມ. AI ຕ້ອງຮັບໃຊ້ປະຊາຊົນ, ປົກປ້ອງປະຊາຊົນ, ພັດທະນາເພື່ອປະຊາຊົນ...

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: qdnd.vn

ທ່ານສາດສະດາຈານ, ປອ ຫງວຽນຊວນຖັ໊ງ, ກໍາມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກ ໃຫ້ຮູ້ວ່າ: AI ພວມກາຍເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນວິວັດການສ້າງຮູບແບບການເຕີບໂຕໃໝ່ ແລະການເຄື່ອນໄຫວ, ການບໍລິຫານ, ຄຸ້ມຄອງພື້ນຖານເສດຖະກິດ-ສັງຄົມຂອງປະເທດ, ນຳມາເຊິ່ງ “ກາລະໂອກາດຄໍາ” ເພື່ອໃຫ້ຫວຽດນາມ ພັດທະນາ. ເຖິງຢ່າງໃດກໍຕາມ, ເພື່ອຫັນຄວາມສາມາດບົ່ມຊ້ອນໃຫ້ປະກົດຜົນເປັນຈິງ, ຕ້ອງມີການຮ່ວມເດີນທາງຂອງລະບົບນິເວດທັງໝົດ, ແຕ່ຍຸດທະສາດ, ນະໂຍບາຍຂອງປະເທດ ເຖິງການຜັນຂະຫຍາຍປະຕິບັດຢູ່ບັນດາວິສາຫະກິດ, ບັນດາວິທະຍາຄານ, ສະຖາບັນ, ໂຮງຮຽນ ແລະປະຊາຄົມສັງຄົມ.

leftcenterrightdel
ທ່ານພົນໂທ ເລຮຸຍວິງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວຄໍາເຫັນສະຫຼຸບກອງປະຊຸມສໍາມະນາ. ພາບ: qdnd.vn

ຕາມທ່ານພົນໂທ ເລຮຸຍວິງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລ້ວ, ຫວຽດນາມ ຕ້ອງມີຍຸດທະສາດພັດທະນາແຫ່ງຊາດກ່ຽວກັບ AI ຈາກວິໄສທັດໄລຍະຍາວເຖິງການກະທຳລະອຽດ. ຕ້ອງມີຂໍ້ກໍານົດເພື່ອດັດປັບການພັດທະນາ ແລະນໍາໃຊ້ AI ໃນທຸກຂົງເຂດ, ເປັນເຈົ້າຕົນເອງໃນການພັດທະນາ AI. ຄຽງຂ້າງກັນນ້ັນ, ຫວຽດນາມ ຕ້ອງສ້າງລະບົບວິເວດ AI ມະນຸດສະທໍາ, ປອດໄພ ແລະຍືນຍົງ...

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື ແລະຕີລາຄາບັນດາຜົນກະທົບ ແລະຄວາມສ່ຽງຂອງ AI ທີ່ກ່ຽວຂ້ອງເຖິງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແຮງງານ, ວຽກເຮັດງານທໍາ, ສະຫວັດດີການສັງຄົມ...

ໂດຍ: ໄຊນີດາ