ການສົ່ງອອກໝາກພິກໄທ ເກີນລະດັບ 1 ຕື້ໂດລາສະຫະລັດ
ຕາມສະຫະສະມາຄົມໝາກພິກໄທ ແລະເຄື່ອງເທດຫວຽດນາມ (VPSA), 8 ເດືອນຂອງປີ 2025, ການສົ່ງອອກໝາກພິກໄທ ໄດ້ເກີນລະດັບ 1 ຕື້ໂດລາສະຫະລັດ, ສູງທີ່ສຸດເມື່ອທຽບໃສ່ໄລຍະດຽວກັນຂອງ 7 ປີກ່ອນ.
ຕາມນັ້ນແລ້ວ, ໃນເດືອນສິງຫາ, ຫວຽດນາມ ສົ່ງອອກໝາກພິກໄທຊະນິດຕ່າງໆເກືອບ 21.500 ໂຕນ, ວົງເງິນການຄ້າບັນລຸເກືອບ 140 ລ້ານໂດລາສະຫະລັດ. ໄລ່ຮອດທ້າຍເດືອນສິງຫາ, ຫວຽດນາມ ສົ່ງອອກໝາກພິກໄທຊະນິດຕ່າງໆໄດ້ 166.510 ໂຕນ, ລວມມູນຄ່າກວ່າ 1,12 ຕືິ້ໂດລາສະຫະລັດ.
ອາເມລິກາ ສືບຕໍ່ແມ່ນຕະຫຼາດບໍລິໂພກໝາກພິກໄທຂອງຫວຽດນາມ ຫຼາຍທີ່ສຸດ ດ້ວຍປະລິມານບັນລຸ 35.697 ໂຕນ, ກວມເອົາ 21,4% ຍອດວົງເງິນສົ່ງອອກ. ໃນຂະນະນັ້ນ, ຕະຫຼາດຈີນ ມີລະດັບການເຕີບໂຕເປັນໜ້າປະທັບໃຈ, ສູງກວ່າເມື່ອທຽບໃສ່ໄລຍະດຽວກັນ 58%, ບັນລຸເກືອບ 13.300 ໂຕນ.
ແຫຼ່ງຄັດຈາກ: vovworld.vn