ສະນັ້ນ, ເລື່ອງສົ່ງເສີມການຄ້າ, ເປີດກວ້າງຕະຫຼາດໃຫ້ຜະລິດຕະພັນກະເສດແມ່ນມີຄວາມໝາຍສໍາຄັນຍິ່ງ, ຊ່ວຍຊຸກຍູ້ການພັດທະນາຜະລິດຕະພັນ, ນຳເອົາປະສິດທິຜົນມາໃຫ້ເສດຖະກິດກະສິກໍາ.
ນັກຂ່າວໜັງສືພິມກອງທັບປະຊາຊົນ ມີການໂອ້ລົມສົນທະນາກັບທ່ານ ຫງວຽນມິງຕ໊ຽນ ຫົວໜ້າສູນສົ່ງເສີມການຄ້າກະສິກໍາ (ກະຊວງກະສິກໍາ ແລະສິ່ງແວດລ້ອມ) ເຊິ່ງກ່ຽວຂ້ອງກັບບັນຫານີ້.
ນັກຂ່າວ: ໝາກຜົນການສົ່ງອອກຂອງຂະແໜງກະສິກໍາ ແລະສິ່ງແວດລ້ອມ ປີ 2025 ບັນລຸຕົວເລກສະຖິຕິ 70,09 ຕື້ໂດລາສະຫະລັດ. ທ່ານຕີລາຄາຄືແນວໃດກ່ຽວກັບຜົນງານນີ້ ?
    |
 |
|
ທ່ານ ຫງວຽນມິງຕ໊ຽນ ຫົວໜ້າສູນສົ່ງເສີມການຄ້າກະສິກໍາ. ພາບ: qdnd.vn |
ທ່ານ ຫງວຽນມິງຕ໊ຽນ: ປີ 2025, ຂະແໜງກະສິກໍາ ແລະສິ່ງແວດລ້ອມ ສາມາດບັນລຸຕົວເລກສົ່ງອອກທີ່ໜ້າປະທັບໃຈທີ່ສຸດ, ລື່ນກາຍເປົ້າໝາຍວາງອອກ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນສິນຄ້າປະເພດຕ່າງໆມີລະດັບເຕີບໂຕຢ່າງແຂງແຮງ, ຄື: ກາເຟ, ໝາກໄມ້ ແລະຜັກ, ສິນໃນນໍ້າ, ເຄື່ອງປ່າຂອງດົງ... ກ່ຽວກັບຕະຫຼາດໃຫຍ່ຂອງຜະລິດຕະພັນກະສິກໍາຫວຽດນາມ ຄື: ອາເມລິກາ, ຈີນ ລ້ວນແຕ່ມີການເຕີບໂຕ. ນີ້ແມ່ນໝາກຜົນອີງໃສ່ຄວາມມານະພະຍາຍາມປະກອບສ່ວນຂອງທົ່ວຂະແໜງກະສິກໍາ ແລະສິ່ງແວດລ້ອມ, ພໍ່ແມ່ປະຊາຊົນຊາວກະສິກອນ, ສະຫະກອນ, ວິສາຫະກິດ, ອົງການທ່ີກ່ຽວຂ້ອງ.
ຈາກໝາກຜົນທີ່ບັນລຸໄດ້, ການນໍາພັກ, ລັດໄດ້ຕັ້ງຄວາມຫວັງຫຼາຍທີ່ສຸດຕໍ່ຂະແໜງກະສິກໍາ ແລະສິ່ງແວດລ້ອມ, ທ່ານນາຍົກລັດຖະມົນຕີ ໄດ້ວາງເປົ້າໝາຍໃນຊຸມປີຈະມາເຖິງພວກເຮົາຕ້ອງສູ້ຊົນຍົກວົງເງິນສົ່ງອອກຜະລິດຕະພັນກະສິກໍາໃຫ້ບັນລຸຕົວເລກ 100 ຕື້ໂດລາສະຫະລັດ. ໃນສິ່ງທ້າທາຍ ແລະຄວາມຮັບຜິດຊອບລວມນັ້ນ, ສູນສ່ົງເສີມການຄ້າກະສິກໍາແມ່ນກົມກອງທີ່ ການນໍາກະຊວງກະສິກໍາ ແລະສິ່ງແວດລ້ອມ ໄດ້ກໍານົດແມ່ນອົງການ “ສູ້ຮົບ”, ນໍາໜ້າໃນການສົ່ງເສີມ, ເປີດກວ້າງຕະຫຼາດ, ໂຄສະນາມູນຄ່າໃໝ່ຂອງຜະລິດຕະພັນກະເສດ, ບໍລິໂພກຜະລິດຕະພັນກະເສດ, ສ້າງກຳລັງຄວາມສາມາດບົ່ມຊ້ອນຕື່ມອີກເພື່ອໃຫ້ຂະແໜງກະສິກໍາ ແລະສິ່ງແວດລ້ອມສືບຕໍ່ເຕີບໂຕກ່ຽວກັບການສົ່ງອອກ.
    |
 |
|
ເກັບກ່ຽວເຂົ້າຢູ່ທົ່ງພຽງແມ່ນໍ້າຂອງ. ພາບ: qdnd.vn |
ນັກຂ່າວ: ທ່ານຕີລາຄາຄືແນວໃດກ່ຽວກັບຄວາມສາມາດບົ່ມຊ້ອນພັດທະນາຕະຫຼາດຈີນ, ເຊິ່ງເປັນຕະຫຼາດໃຫຍ່, ເປັນຕະຫຼາດມູນເຊື້ອໃຫ້ແກ່ຜະລິດຕະພັນກະເສດຂອງຫວຽດນາມ?
ທ່ານ ຫງວຽນມິງຕ໊ຽນ: ສິ່ງທໍາອິດທີ່ຫວຽດນາມ ເຫັນນັ້ນແມ່ນຄວາມສາມາດບົ່ມຊ້ອນຕະຫຼາດຍັງໃຫຍ່ຫຼວງຢູ່, ຕົວຢ່າງຕະຫຼາດຈີນ, ຫວຽດນາມ ຫາກໍ່ຂຸດຄົ້ນ, ສົ່ງອອກຜະລິດຕະພັນໄປຍັງບັນດາແຂວງ, ນະຄອນທາງທິດໃຕ້ຈີນ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມກໍ່ເຫັນວ່າ ຈີນຍັງມີຫຼາຍທ້ອງຖິ່ນ,... ດ້ວຍພົນລະເມືອງຫຼາຍກວ່າຄວາມສາມາດບົ່ມຊ້ອນທີ່ຫວຽດນາມຂຸດຄົ້ນ, ສົ່ງອອກ. ຈຸດທີສອງ, ຕະຫຼາດຈີນ ນັບມື້ນັບມີທ່າອ່ຽງບໍລິໂພກບັນດາຜະລິດຕະພັນທີ່ມີມູນຄ່າສູງ.
ກ່ອນໜ້ານັ້ນ, ຫວຽດນາມຍັງມີທັດສະນະທີ່ວ່າ ຈີນແມ່ນຕະຫຼາດທີ່ບໍ່ເຄັ່ງຄັດຄຸນນະພາບປານໃດ, ຕະຫຼາດມີລາຄາຖືກ ແຕ່ວ່າໃນຊຸມປີມໍ່ໆນີ້, ລັດຖະບານຈີນ ໄດ້ຍົກອອກມາດຕະຖານຫຼາຍຢ່າງກ່ຽວກັບເຕັກນິກ, ກໍານົດຄວາມປອດໄພສຸຂະອະນາໄມ ສະບຽງອາຫານ, ຮູບແບບຜະລິດຕະພັນ, ສະນັ້ນ, ເພື່ອຂຸດຄົ້ນຕະຫຼາດນີ້ໃຫ້ສໍາເລັດ ແລະພັດທະນາຂະແໜງກະສິກໍາແບບຍືນຍົງ, ຫວຽດນາມບໍ່ພຽງແຕ່ແກ່ງແຍ້ງແຂ່ງຂັນກັບປະເທດອື່ນດ້ວຍລາຄາຂາຍແຕ່ຢ່າງດຽວເທົ່ານັ້ນ ຫາກຍັງສໍາຄັນກວ່າແມ່ນແກ່ງແຍ້ງແຂ່ງຂັນກັບປະເທດອື່ນດ້ວຍການຫັນຂັ້ນຕອນເປັນມາດຕະຖານ, ຍົກສູງຄຸນນະພາບຜະລິດຕະພັນກະເສດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດຈີນໃຫ້ໄດ້. ຍຶດຄອງຕະຫຼາດຈີນ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດຈີນ ໄດ້ນັ້ນຈະປະກອບສ່ວນຊ່ວຍໃຫ້ຫວຽດນາມຍຶດຄອງ, ຂຸດຄົ້ນຕະຫຼາດອື່ນຄື ຍີ່ປຸ່ນ, ອີຢູ, ອາເມລິກາ...
ນັກຂ່າວ: ຂໍຮຽນທ່ານ, ຫວ່າງແລ້ວນີ້ ນາຍົກລັດຖະມົນຕີ ກໍ່ເວົ້າເຖິງຕະຫຼາດ Halal ແລະການນໍາກະຊວງກໍ່ໄດ້ເວົ້າເຖິງຕະຫຼາດນີ້ຫຼາຍເທື່ອ. ສະນັ້ນດ້ວຍພາລະບົດບາດໜ້າທີ່ໃໝ່ຂອງສູນນັ້ນ ເລື່ອງເປີດກວ້າງຕະຫຼາດນີ້ຈະດໍາເນີນໄປຄືແນວໃດ?
ທ່ານ ຫງວຽນມິງຕ໊ຽນ: ສາມາດເວົ້າໄດ້ວ່າ ຕະຫຼາດ Halal ນັບມື້ນັບພັດທະນາກວ່າ ດ້ວຍປະຊາກອນອິດສະລາມຫຼາຍກວ່າ 2 ຕື້ຄົນ. ກ່ອນນີ້, ຫວຽດນາມໄດ້ຂຸດຄົ້ນຕະຫຼາດນີ້ຢູ່ຕາເວັນອອກກາງ. ເຖິງຢ່າງໃດກໍ່ຕາມ, ກ່ຽວກັບ Halal ທີ່ມີຄວາມສັບສົນ, ແຕ່ລະປະເທດພັດນໍາໃຊ້ມາດຕະຖານສະເພາະ. ປີ 2025, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາ ແລະກະຊວງກະສິກໍາ ແລະສິ່ງແວດລ້ອມ ກໍ່ໄດ້ຈັດຕັ້ງກອງປະຊຸມຫຼາຍຄັ້ງເພື່ອປຶກສາຫາລືມາດຕະການຊຸກຍູ້ການພັດທະນາຕະຫຼາດ, ກຳນົດໄດ້ມາດຕະຖານຂອງຕະຫຼາດ Halal ແຕ່ລະແຫ່ງ.
ສໍາລັບສູນສົ່ງເສີມການຄ້າກະສິກໍາ, ໃນຕໍ່ໜ້າຫວຽດນາມ ຄວນສືບຕໍ່ສຸມໃສ່ຂຸດຄົ້ນການສົ່ງເສີມການຄ້າ, ເປີດກວ້າງຕະຫຼາດຢູ່ຕາເວັນອອກກາງ. ສູນສົ່ງເສີມການຄ້າກະສິກໍາໄດ້ມີເຄື່ອງໝາຍການຄ້າ, ຫວຽດນາມ ໄດ້ເຂົ້າຮ່ວມງານຕະຫຼາດນັດ Gulfood -ກ່ຽວກັບຂະແໜງສະບຽງອາຫານ ແລະເຄື່ອງດື່ມແຖວໜ້າໂລກຢູ່ Dubai. ຂອບຂະໜາດກ່ຽວກັບຂົງເຂດແນະນໍາ, ການໂຄສະນາຜະລິດຕະພັນກະເສດຂອງຫວຽດນາມ ຢູ່ງານຕະຫຼາດນັດນັບມື້ນັບເປີດກວ້າງ.
ທີ່ການເຮັດວຽກລະຫວ່າງກະຊວງກະສິກໍາ ແະສິ່ງແວດລ້ອມ ກັບກະຊວງການຕ່າງປະເທດ, ກະຊວງກະສິກໍາ ແລະສິ່ງແວດລ້ອມ ກໍ່ຢືນຢັນຄວາມປາດຖະໜາຂອງລັດຖະບານ, ກະຊວງການຕ່າງປະເທດ ສ້າງເງື່ອນໄຂສະດວກ ເພື່ອໃຫ້ກະຊວງກະສິກໍາ ແລະສິ່ງແວດລ້ອມ ເພີ່ມທະວີການມີໜ້າຂອງຜະລິດຕະພັນກະເສດຫວຽດນາມ ຢູ່ຕະຫຼາດຕາເວັນອອກກາງກວ່າອີກ. ປະຈຸບັນ, ງານຕະຫຼາດນັດ Gulfood ໄດ້ປ່ຽນໄປຈັດຢູ່ສະຖານທີ່ໃໝ່, ມີຫຼາຍຂົງເຂດເພື່ອໃຫ້ຫວຽດນາມໄດ້ແນະນໍາ, ໂຄສະນາຜະລິດຕະພັນກະເສດ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດສືບຕໍ່ເຂົ້າເຖິງຕະຫຼາດ Halal ຜ່ານງານຕະຫຼາດນັດນີ້.
ຫວຽດນາມມີສິນຄ້າຫຼາຍປະເພດສາມາດເຂົ້າເຖິງຕະຫຼາດ Halal ຄື ສິນຄ້າປະເພດເປັນແກ່ນ, ເປັນເມັດ, ເຂົ້າ, ຊາ, ກາເຟ... ບັນຫາຕົ້ນຕໍໃນປະຈຸບັນແມ່ນນໍາບັນດາມາດຕະຖານຂອງຕະຫຼາດ Halal ແຕ່ລະແຫ່ງ, ຫັນເປັນມາດຕະຖານ ແລະແຈ້ງໃຫ້ຊາວກະສິກອນ, ວິສາຫະກິດຮັບຊາບນັບແຕ່ຂັ້ນຕອນການຜະລິດ, ເກັບກ່ຽວ, ປຸງແຕ່ງ, logistics ເພື່ອຕອບສະໜອງຕາມຂໍ້ກໍານົດຂອງ Halal... ໃນ 5 ປີຈະມາເຖິງ, ຫວຽດນາມ ຈະຈຸມໃສ່ຕະຫຼາດ Halal ຢູ່ອາຊຽນ ແລະ Halal ຢູ່ຕາເວັນອອກກາງ.
ນັກຂ່າວ: ຂໍຂອບໃຈທ່ານ!
ໂດຍ: ໄຊນີດາ