ການໄປປະຕິບັດງານຂອງທ່ານ ບຸ່ຍວັນງີ້  ສຸມໃສ່ຢູ່ນະຄອນ Davinopolis, Imperatriz ແລະເຂດອ້ອມຂ້າງ. ທີ່ການເຮັດວຽກຢູ່ Davinopolis, ເຈົ້າຄອງນະຄອນ Zé Pequeno ຢືນຢັນວ່າ ຫວຽດນາມ ເປັນຄູ່ຮ່ວມມືຍຸດທະສາດໃນການກໍານົດທິດພັດທະນາໃໝ່ຂອງທ້ອງຖິ່ນ, ພິເສດໃນຂົງເຂດເຕັກໂນໂລຢີການຜະລິດ ແລະຈໍາໜ່າຍສິນຄ້າໄປຍັງຕະຫຼາດອາຊີ ແລະອາຊຽນ.

leftcenterrightdel
ທ່ານ ເອກອັກຄະລັດຖະທູດ ບຸ່ຍວັນງີ້ ເຮັດວຽກກັບປະທານບໍລິສັດອ້ອຍ-ນໍ້າຕານ Maiti. ພາບ: ສະຖານທູດບຣາຊິນ

ທ່ານ ບຸ່ຍວັນງີ້ ເນັ້ນໜັກວ່າ ການປະຕິບັດງານຢູ່ Davinopolis - ເຊິ່ງແມ່ນທ້ອງຖິ່ນທີ່ມີຄວາມສາມາດບົ່ມຊ້ອນກ່ຽວກັບກະສິກໍາ ແລະມີທ່າໄດ້ປຽບຍຸດທະສາດກ່ຽວກັບທ່າເຮືອ ຢູ່ເຂດອາຊີຕາເວັນອອກສ່ຽງເໜືອ ບຣາຊິນ - ສະແດງໃຫ້ເຫັນຄວາມຕັດສິນໃຈເພີ່ມທະວີຄວາມເຂົ້າໃຈ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຊຸກຍູ້ການຮ່ວມມືແທດຈິງລະຫວ່າງທ້ອງຖິ່ນຕ່າງໆສອງປະເທດ ໃນຂົງເຂດກະສິກໍາເຕັກໂນໂລຢີສູງ, ພະລາທິການທ່າເຮືອ ແລະການຫັນເປັນສີຂຽວ.

ການພົວພັນສອງປະເທດ ໄດ້ຮັບການຍົກສູງຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນເດືອນພະຈິກ 2024, ພ້ອມກັບເລື່ອງບຣາຊິນ ຮັບຮອງຫວຽດນາມ ແມ່ນພື້ນຖານເສດຖະກິດຕະຫຼາດ ແລະສອງຝ່າຍເປີດປະຕູຕະຫຼາດຜະລິດຕະພັນກະເສດໃຫ້ກັນ. ວົງເງິນການຄ້າປີ 2025 ບັນລຸ 7,76 ຕື້ໂດລາສະຫະລັດ;...

ອໍານາດການປົກຄອງລັດ Maranhão ໃຫ້ຄໍາໝັ້ນສັນຍາຮັບປະກັນພື້ນຖານໃຫ້ໂຄງການທ່າເຮືອແຫ້ງ, ໃນນັ້ນ ລົງທຶນ 20 ລ້ານ real (3,9 ລ້ານໂດລາສະຫະລັດ) ເພື່ອສ້າງເສັ້ນທາງເຊື່ອມຕໍ່. ການນໍາຂະແໜງອຸດສາຫະກໍາ-ການຄ້າລັດ Maranhão ສະເໜີຍຸດທະສາດ “ສິນຄ້າໄປກັບ” ເພື່ອແນໃສ່ເພີ່ມມູນຄ່າເພີ່ມຢູ່ກັບທີ່ຜ່ານການພັດທະນາໂຄງງານເກີບໜັງ ແລະໝູນໃຊ້ລະບົບທາງລົດໄຟເຊື່ອມຕໍ່ເໜືອ-ໃຕ້.

ນອກນີ້, ຄະນະ ຍັງໄດ້ເຮັດວຽກກັບທ່ານ Carlos Brandão ຜູ້ວ່າການລັດ Maranhão ແລະວິສາຫະກິດທ້ອງຖິ່ນກ່ຽວກັບການຄ້າຜະລິດຕະພັນກະເສດ, ການຮ່ວມມືຂົນສົ່ງ ແລະການທ່ອງທ່ຽວ. ພົ້ນເດັ່ນແມ່ນແຜນການຜະລິດເຊື້ອເພີງການບິນແບບຍືນຍົງ (SAF) ຈາກມັນດ້າງ; ໂຄງການເປີດກວ້າງໂຮງງານນໍ້າຕານ-ethanol Maiti; ພັດທະນາຫີນກາວ, ເສັ້ນ sisal ແລະສູນຄັງສາງ 250 ແຮັກຕາ. ບັນດາວິສາຫະກິດສະແດງຄວາມປາດຖະໜາຢາກສ້າງຊ່ອງທາງພົວພັນແລກປ່ຽນໂດຍກົງກັບຄູ່ຮ່ວມມືຫວຽດນາມ, ມຸ່ງເຖິງການຮ່ວມມືອັນຍາວນານ, ຍືນຍົງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໂດຍ: ໄຊນີດາ