ຕາມນັ້ນແລ້ວ, ດັດຊະນີການຜະລິດທົ່ວຂະແໜງອຸດສາຫະກຳ 2 ເດືອນຕົ້ນປີນີ້ ເພີ່ມຂຶ້ນ 10,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສຳລັບຂົງເຂດນຳເຂົ້າ-ສົ່ງອອກ, ໃນເດືອນກຸມພາ, ວົງເງິນການສົ່ງອອກ, ນຳເຂົ້າສິນຄ້າທັງໝົດຂອງ ຫວຽດນາມ ບັນລຸ 67,16 ຕື້ USD. ໄລ່ລວມສອງເດືອນຕົ້ນປີ 2026, ວົງເງິນການນຳເຂົ້າສົ່ງອອກສິນຄ້າທັງໝົດບັນລຸ 155,7 ຕື້ USD, ເພີ່ມຂຶ້ນ 22,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນການສົ່ງອອກເພີ່ມຂຶ້ນ 18,3%.

leftcenterrightdel
ພາບປະກອບ: vov

ຕໍ່ໜ້າສະພາບການລາຄານ້ຳມັນໂລກເພີ່ມຂຶ້ນຢ່າງແຮງ, ກໍ່ກຳລັງກົດດັນເຖິງໄພເງິນເຟີ້ ແລະ ອັດຕາແລກປ່ຽນ, ທ່ານ ຟ້າມແທັງຮ່າ ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ໃຫ້ຮູ້ວ່າ ທະນາຄານແຫ່ງລັດ ຫວຽດນາມ ຈະສືບຕໍ່ດັດປັບການສິນເຊື່ອໃຫ້ແທດເໝາະກັບການຜັນແປຂອງເສດຖະກິດມະຫາພາກ.

ກ່ຽວກັບຂົງເຂດດຶງດູດເງິນລົງທຶນຕ່າງປະເທດ (FDI), ໄລ່ຮອດວັນທີ 28 ກຸມພາ, ເງິນລົງທຶນຕ່າງປະເທດທັງໝົດທີ່ໄດ້ຈົດທະບຽນລົງທຶນຢູ່ ຫວຽດນາມ ບັນລຸ 6,03 ຕື້ USD, ເຖິງວ່າໄດ້ຫຼຸດລົງກ່ຽວກັບຈຳນວນທຶນຈົດທະບຽນແຕ່ວ່າ ຈຳນວນທຶນປະຕິບັດພັດເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ.

ໂດຍ: ກວຽດເຕິມ